ຈັດງານຄອນເສີດລະນຶກການຢ້ຽມຢາມຈີນຂອງກອງດົນຕີປະສານສຽງຟີລາເດນເຟ້ຍຄົບຮອບ 50 ປີຢູ່ປັກກິ່ງ ທ່ານຫຼີຊູ່ເຫຼີຍໄດ້ອ່ານຈົດໝາຍຕອບຄືນຈາກທ່ານສີຈິ້ນຜິງແລະກ່າວຄຳປາໄສ

2023-11-11 14:56:29 CRI

 

ວັນທີ 10 ພະຈິກນີ້, ງານຄອນເສີດລະນຶກການຢ້ຽມຢາມຈີນຂອງກອງດົນຕີປະສານສຽງຟີລາເດນເຟ້ຍຄົບຮອບ 50 ປີທີ່ມີຫົວຂໍ້ວ່າ “ມິດຕະພາບຂ້າມເວລາເຄິ່ງສັດຕະວັດ” ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງປັກກິ່ງຂອງຈີນ. ທ່ານຫຼີຊູ່ເຫຼີຍ, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມງານຄອນເສີດຄັ້ງນີ້, ທ່ານຫຼີຊູ່ເຫຼີຍໄດ້ອ່ານຈົດໝາຍຂອງທ່ານສີຈິ້ນຜິງທີ່ຕອບຄືນທ່ານມາຕີອາສ ຕາໂນໂປສ, ຜູ້ວ່າການທັງເປັນCEO ຂອງກອງດົນຕີປະສານສຽງຟີລາເດນເຟ້ຍແລະໄດ້ກ່າວຄຳປາໄສ.


 


ທ່ານຫຼີຊູ່ເຫຼີຍໄດ້ຊີ້ອອກວ່າ: ຈົດໝາຍຕອບຄືນຈາກທ່ານສີຈິ້ງຜິງໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນລະດັບສູງຕໍ່ການລົງເລິກການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ອາເມຣິກາ, ແລະຄວາມໝຸ່ງມາດປາຖະໜາຢ່າງຈິງໃຈຕໍ່ການບຸກເບີກການແລກປ່ຽນແລະຮ່ວມມືດ້ານວັດທະນະທຳຢ່າງຮອບດ້ານ ລະຫວ່າງຈີນ-ອາເມຣິກາ. ທ່ານຫຼີຊູ່ເຫຼີຍກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາ, ການແລກປ່ຽນແລະຖອດຖອນບົດຮຽນກັນດ້ານວັດທະນະທຳໄດ້ເສີມຂະຫຍາຍບົດບາດທີ່ຍືຶນຍົງແລະພິເສດເຂົ້າໃນການຊຸກຍູ້ການເຊື່ອມຈິດເຊື່ອມໃຈລະຫວ່າງປະຊາຊົນສອງຊາດຈີນ-ອາເມຣິກາ, ການສ້າງພື້ນຖານດ້ານປະຊາມະຕິໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ຫວັງວ່າເພື່ອນມິດໃນວົງການສິນລະປະວັດທະນະທຳຂອງຈີນ-ອາເມຣິກາຮ່ວມກັນກ້າວເດີນໄປໜ້າ, ເພີ່ມກຳລັງແຮງດ້ານວັດທະນະທຳເຂົ້າໃນການຊຸກຍູ້ຄວາມເຂົ້າໃຈກັນແລະຄວາມຮັກແພງກັນລະຫວ່າງປະຊາຊົນສອງຊາດຈີນ-ອາເມຣິກາ.