ຈີນຮຽກຮ້ອງໃຫ້ຝ່າຍຟີລິບປິນຍຸດຕິການທ້າທາຍເກາະຜິດທາງທະເລໃນທັນທີ

2023-11-11 16:12:19 CRI


     ໂດຍແນໃສ່ເຫດການທີ່ຝ່າຍຈີນໃຊ້ມາດຕະການຄວບຄຸມຕໍ່ເຮືອຟີລິບປິນຢູ່ທະເລຈີນໃຕ້, ວັນທີ 10 ພະຈິກນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ວັນທີ 10 ພະຈິກນີ້, ເຮືອຂົນສົ່ງເຄື່ອງອຸດໜູນສອງລຳ ແລະເຮືອຕຳຫຼວດທາງທະເລສາມລຳຂອງຟີລິບປິນໄດ້ເດີນເຂົ້າສູ່ເຂດທະເລບໍລິເວນເກາະເຢີນໄອ້ ໝູ່ເກາະນານຊ່າຂອງຈີນໂດຍບໍ່ໄດ້ຮັບການອະນຸຍາດ ເຊິ່ງໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງໜັກໜ່ວງ. ຕຳຫຼວທາງທະເລຂອງຈີນໄດ້ໃຊ້ມາດຕະການຄວບຄຸມອັນຈຳເປັນຕໍ່ເຮືອຂອງຝ່າຍຟີລິບປິນ, ກະຊວງການຕ່າງປະເທດຈີນໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ສະຖານທູດຟີລິປິນປະຈຳຈີນ. ຝ່າຍຈີນຮຽກຮ້ອງໃຫ້ຝ່າຍຟີລິບປິນຍຸດຕິການທ້າທາຍເກາະຜິດທາງທະເລໃນທັນທີ, ແກ່ກຳປັ່ນຮົບທີ່ຈອດຢູ່ເທິງຫາດຊາຍຢ່າງຜິດກົດໝາຍເອົາໄປໂດຍໄວເທົ່າທີ່ຈະໄວໄດ້, ຝ່າຍຈີນຈະສືບຕໍ່ໃຊ້ມາດຕະການທີ່ຈຳເປັນຕາມກົດໝາຍ, ເດັດດ່ຽວປົກປ້ອງອະທິປະໄຕດ້ານຜືນແຜ່ນດິນແລະສິດຜົນປະໂຫຍດທາງທະເລຂອງຈີນ.