ຮອງນາຍົກລັດຖະມົນຕີຈີນຢ້ຽມຢາມອາເມຣິກາ ແລະສົນທະນາກັບລັດຖະມົນຕີກະຊວງການເງິນອາເມຣິກາ

2023-11-11 15:22:09 cri

 

ລະຫວ່າງວັນທີ 8 ຫາ 12 ພະຈິກນີ້, ທ່ານເຮີລີ້ເຟິ່ງ ຮອງນາຍົກລັດຖະມົນຕີຈີນ, ຫົວໜ້າຄະນະຝ່າຍຈີນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາໄດ້ຢ້ຽມຢາມອາເມຣິກາຕາມຄຳເຊີນ ແລະຈັດການສົນທະນາຫຼາຍຄັ້ງກັບທ່ານຈາເນັດ ແອວ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາ. ສອງຝ່າຍສຸມໃສ່ການຈັດຕັ້ງປະຕິບັດຄວາມເຫັນເປັນເອກະພາບກັນທີ່ສຳຄັນຂອງປະມຸກລັດສອງປະເທດ, ກ້ຽມພ້ອມໝາກຜົນດ້ານເສດຖະກິດໃຫ້ການພົບປະລະຫວ່າງປະມຸກລັດສອງປະເທດຢູ່ນະຄອນຊັນຟຣານຊິສໂກ, ຊຸກຍູ້ໃຫ້ການພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາກັບຄືນສູ່ເສັ້ນທາງການພັດທະນາທີ່ປອດໃສ ແລະໝັ້ນທ່ຽງ. ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນດ້ານການພົວພັນເສດຖະກິດຈີນ-ອາເມຣິກາ, ເສດຖະກິດມະຫາພາກລະຫວ່າງຈີນ-ອາເມຣິກາ ແລະທົ່ວໂລກ, ຮັບມືກັບສິ່ງທ້າທາຍໂລກາພິວັດ ແລະບັນຫາທີ່ໜ້າສົນໃຈຮ່ວມກັນອື່ນໆ. ຈີນໄດ້ສະແດງຄວາມເປັນຫ່ວງຢ່າງຈະແຈ້ງຕໍ່ອາເມຣິກາຈຳກັດການລົງທຶນກັບຈີນ, ລົງໂທດ ແລະສະກັດກັ້ນການພັດທະນາຂອງວິສາຫະກິດຈີນ, ຄວບຄຸມການສົ່ງອອກຕໍ່ຈີນ, ເກັບພາສີເພີ່ມເຕີມຕໍ່ຈີນ ແລະອື່ນໆ, ຮຽກຮ້ອງໃຫ້ອາເມຣິກາຕອບດ້ວຍການປະຕິບັດຕົວຈິງ. ການສົນທະນາດັ່ງກ່າວໄດ້ດຳເນີນໄປຢ່າງກົງໄປກົງມາ, ຕິດແທດຕົວຈິງ, ເລິກເຊິ່ງ ແລະມີລັກສະນະສ້າງສັນ.