ຮອງປະທານປະເທດຈີນຢ້ຽມຢາມມາເລເຊຍ

2023-11-11 15:23:05 cri

 

ລະຫວ່າງວັນທີ 9 ຫາ 11 ພະຈິກນີ້, ທ່ານຮານເຈີ້ງ ຮອງປະທານປະເທດຈີນໄດ້ຢ້ຽມຢາມມາເລເຊຍຕາມການເຊື້ອເຊີນ, ທ່ານໄດ້ເຂົ້າຢ້ຽມຄຳນັບທ່ານຊຸນຕັນ ອັບດຸນລາຮິບນີຊຸນຕັນ ອະຮະມັດ ຊາ ປະມຸກລັດສູງສຸດມາເລເຊຍຢູ່ນະຄອນຫຼວງກົວລາລຳເປີ ແລະພົບປະກັບທ່ານອັນວາ ອິບຣະຮີມ ນາຍົກລັດຖະມົນຕີມາເລເຊຍຢູ່ເມືອງພູດຣະຈະຢະ.

 

ໃນເວລາເຂົ້າຢ້ຽມຄຳນັບທ່ານອັບດຸນລາ, ທ່ານຮານເຈີ້ງກ່າວວ່າ: ຍິນດີເພີ່ມທະວີການຮ່ວມມືຕົວຈິງໃນຂົງເຂດຕ່າງໆກັບບັນດາປະເທດອາຊຽນລວມທັງມາເລເຊຍ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນຢ່າງຕໍ່ເນື່ອງ.

 

ທ່ານອັບດຸນລາຂອບໃຈຕໍ່ຈີນທີ່ໄດ້ພັດທະນາເສດຖະກິດຢ່າງແຂງແຮງ ເຊິ່ງໄດ້ຊຸກຍູ້ການພັດທະນາຂອງບັນດາປະເທດອາຊຽນ, ຍິນດີຍົກສູງລະດັບການຮ່ວມມືລະຫວ່າງສອງຝ່າຍ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດຕື່ມອີກ.

 

ໃນເວລາພົບປະກັບທ່ານອັນວາ, ທ່ານຮານເຈີ້ງກ່າວວ່າ: ຈີນຍິນດີຮ່ວມກັບມາເລເຊຍ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ເປີດກວ້າງການຮ່ວມມືດ້ານເສດຖະກິດການຄ້າ, ວັດທະນະທຳ, ການທ່ອງທ່ຽວ ແລະອື່ນໆ.

 

ທ່ານອັນວາກ່າວວ່າ: ຍິນດີຮ່ວມກັບຈີນຕັ້ງໜ້າຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຍິນດີຕ້ອນຮັບວິສາຫະກິດຈີນມາລົງທຶນ ແລະດຳເນີນທຸລະກິດຢູ່ມາເລເຊຍ, ບັນລຸການພັດທະນາຮ່ວມກັນ.