ທ່ານສີຈິ້ນຜິງສຳຫຼວດຄົ້ນຄວ້າຢູ່ນະຄອນຫຼວງປັກກິ່ງ ແລະ ແຂວງເຮີເປີຍຈີນ

2023-11-12 11:05:28 CRI


    ວັນທີ 10 ພະຈິກນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສຳຫຼວດຄົ້ນຄວ້າວຽກງານກໍ່ສ້າງຄືນໃໝ່ຫຼັງໄພພິບັດຢູ່ນະຄອນຫຼວງປັກກິ່ງ ແລະແຂວງເຮີເປີຍຂອງຈີນ.



    ລະຫວ່າງທ້າຍເດືອນກໍລະກົດ ຫາ ຕົ້ນເດືອນສິງຫາປີນີ້, ແຫ່ງຕ່າງໆຂອງຈີນ ເຊັ່ນ: ພາກເໜືອ ແລະ ເຂດລະຫວ່າງທິດໃຕ້ແມ່ນ້ຳເຫຼືອງ ກັບ ທິດເໜືອແມ່ນ້ຳຮວາຍເຮີໄດ້ມີຝົນຕົກແຮງທີ່ສຸດ ຈົນເຮັດໃຫ້ເກີດໄພນ້ຳຖ້ວມ ແລະ ໄພພິບັດທໍລະນີຕ່າງໆ, ຢູ່ນະຄອນຫຼວງປັກກິ່ງ ແລະ ແຂວງເຮີເປີຍ ມີປະຊາຊົນຈຳນວນຫຼາຍເສຍຊີວິດ ແລະ ບາດເຈັບ. ວັນທີ 10 ພະຈິກນີ້, ທ່ານສີຈິ້ນຜິງໄດ້ໄປຮອດເມືອງເມີນໂທໂກ່ຂອງນະຄອນຫຼວງປັກກິ່ງແລະ ນະຄອນປາວຕີ້ງຂອງແຂວງເຮີເປີຍເພື່ອຊອກຮູ້ສະພາບການກໍ່ສ້າງຄືນໃໝ່ຫຼັງໄພພິບັດີ່.



    ໂອກາດດັ່ງກ່າວ,ທ່ານສີຈິ້ງຜິງເນັ້ນໜັກວ່າ: ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ພ້ອມຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງຕັ້ງໃຈຈັດຕັ້ງປະຕິບັດການຈັດວາງ ແລະ ການຕົກລົງນະໂຍບາຍຂອງສູນກາງພັກ, ເຮັດວຽກການຟື້ນຟູ ແລະ ກໍ່ສ້າງຄືນໃໝ່ຫຼັງໄພໃຫ້ດີ,ຮັບປະກັນປະຊາຊົນອັນມະຫາສານຢູ່ເຢັນເປັນສຸກ ແລະ ດຳລົງຊີວິດໃນລະດູໜາວຢ່າງອົບອຸ່ນ. ພ້ອມກັນນັ້ນ, ຕ້ອງເລັ່ງລັດປັບປຸງລະບົບໂຄງການປ້ອງກັນໄພນ້ຳຖ້ວມໃຫ້ສົມບູນ, ຍົກຄວາມສາມາດປ້ອງກັນ ຫຼຸດຜ່ອນ ແລະ ກອບກູ້ໄພພິບັດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.