ຈັດກອງປະຊຸມເວທີເປິກສາຫາລືການພັດທະນາຊົນນະບົດໃຫ້ຈະເລີນຄັ້ງທີ2ຢູ່ນະຄອນກວາງໂຈ່ວ

2023-11-13 14:20:50 cri

ວັນທີ12 ພະຈິກນີ້, ກອງປະຊຸມເວທີເປິກສາຫາລືການພັດທະນາຊົນນະບົດໃຫ້ຈະເລີນຄັ້ງທີ2ໄດ້ຈັດຂຶ້ນຢູ່ນະຄອນກວາງໂຈ່ວ ແຂວງກວາງຕຸ້ງ ປະເທດຈີນ, ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ “ເຕົ້າໂຮມແຮງຂັບເຄື່ອນການພັດທະນາ ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ”, ຜ່ານຈາກການສ້າງເວທີການແລກປ່ຽນ, ເພື່ອຮ່ວມກັນສະແຫວງຫາແຜນການພັດທະນາ, ຮ່ວມກັນປະກອບສ່ວນເຂົ້າໃນການພັດທະນາຊົນນະບົດໃຫ້ຈະເລີນ. ໃນກອງປະຊຸມຄັ້ງນີ້, ຫຼາຍຫົວໜ່ວຍໄດ້ເຊັນສັນຍາຮ່ວມມືດ້ານຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນ.


ໃນກອງປະຊຸມ, ຜູ້ຊ່ຽວຊານແລະນັກວິຊາການທີ່ເຂົ້າຮ່ວມກອງປະຊຸມໄດ້ກ່າວປາຖະກະຖາກ່ຽວກັບດ້ານຕ່າງໆເຊັ່ນ ການສ້າງປະເທດເຂັ້ມແຂງດ້ານກະສິກຳ, ການຫັນກະສິກຳເປັນແບບອັດສະລິຍະ, ການພັດທະນາອຸດສາຫະກຳກະສິກຳດ້ວຍຄຸນນະພາບສູງ, ຂະແໜງການທະນາຄານແລະປະກັນໄພສະໜັບສະໜູນການພັດທະນາຊົນນະບົດໃຫ້ຈະເລີນແລະອື່ນໆ.

ສະມາຄົມພັດທະນາຊົນນະບົດຈີນໄດ້ເຜີຍແຜ່ແຜນການຊ່ວຍຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ, ພ້ອມທັງຈະຮ່ວມສຳພັນກັບກຳລັງຝ່າຍຕ່າງໆໃນສັງຄົມໂດຍເລີ່ມຕົ້ນຈາກການສ້າງຕົວແບບຈຸດສຸມ, ຊຸກຍູ້ໃຫ້ເງິນທຶນ, ເຕັກນິກ, ຜູ້ມີຄວາມຮູ້ຄວາມສາມາດແລະປັດໄຈອື່ນໆໃນສັງຄົມໄປເຕົ້າໂຮມຢູ່ຂະແໜງການກະສິກຳແລະຊົນນະບົດເພື່ອປະກອບສ່ວນເຂົ້າໃນການສ້າງອຸດສາຫະກຳໃໝ່, ຮູບແບບອຸດສາຫະກຳໃໝ່, ຮູບແບບທຸລະກິດໃໝ່, ສະພາບແວດລ້ອດໃໝ່ແລະໂສມໜ້າໃໝ່ໃຫ້ກັບຊົນນະບົດ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງແລະການພັດທະນາຢູ່ຊົນນະບົດ.

  ຜູ້ແທນມາຈາກແຫ່ງຕ່າງໆໃນທົ່ວປະເທດຈີນ600ກວ່າຄົນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.