ຈີນສະໜັບສະໜູນຄວາມພະຍາຍາມທຸກຢ່າງເພື່ອຊຸກຍູ້ໃຫ້ຫຼຸດລະດັບການປະທະກັນແລະຟື້ນຟູສັນຕິພາບ

2023-11-14 11:04:08 cri

ວັນທີ 13 ພະຈິກນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໂອກາດນີ້, ມີນັກຂ່າວຖາມວ່າ: ກ່ອນໜ້ານີ້, ອາຣັບບີຊາອຸດິດໄດ້ຈັດກອງປະຊຸມສຸດຍອດອາຣັບບີຊາອຸດິດ-ອາຟຣິກາ ແລະ ກອງປະຊຸມສຸດຍອດພິເສດຮ່ວມລະຫວ່າງຜູ້ນຳປະເທດອາຣັບ-ອິດສະລາມ. ຕໍ່ບັນຫາການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນ, ກອງປະຊຸມທີ່ກ່ຽວຂ້ອງລ້ວນແຕ່ໄດ້ຮຽກຮ້ອງໃຫ້ຢຸດຍິງໃນທັນທີ, ປົກປ້ອງປະຊາຊົນ, ບັນລຸໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳເຂົ້າເຖິງ, ເພີ່ມທະວີການຊ່ວຍເຫຼືອດ້ານມະນຸດສະທຳຕໍ່ເຂດກາຊາ, ບັນລຸການສ້າງປະເທດປາແລັດສະຕິນຢ່າງເປັນເອກະລາດຢູ່ບົນພື້ນຖານ “ແຜນການສອງປະເທດ”. ດັ່ງນັ້ນ, ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງເໝົາໜິງກ່າວຢືນຢັນວ່າ: ປັດຈຸບັນ, ສະພາບການຢູ່ເຂດກາຊາຂ້ຽວຂາດຫຼາຍ. ຈີນສະໜັບສະໜູນຄວາມພະຍາຍາມທຸກຢ່າງເພື່ອຊຸກຍູ້ການຫຼຸດລະດັບການປະທະກັນ ແລະ ຟື້ນຟູສັນຕິພາບ. ກອງປະຊຸມສຸດຍອດ ອາຣັບບີຊາອຸດິດ-ອາຟຣິກາ ແລະ ກອງປະຊຸມສຸດຍອດພິເສດຮ່ວມລະຫວ່າງຜູ້ນຳປະເທດອາຣັບ-ອິດສະລາມ ໄດ້ອອກສຽງຢ່າງຈະແຈ້ງເພື່ອຊຸກຍູ້ການຢຸດຍິງ, ປົກປ້ອງປະຊາຊົນ, ເພີ່ມທະວີການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ຈັດຕັ້ງປະຕິບັດ “ແຜນການສອງປະເທດ” ເປັນຕົ້ນ, ຈີນສະແດງຄວາມຊົມເຊີຍຕໍ່ກັບເລື່ອງນີ້. ຈີນຈະຮ່ວມກັບຝ່າຍຕ່າງໆທີ່ກ່ຽວຂ້ອງ, ສືບຕໍ່ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອປົກປ້ອງປະຊາຊົນ, ຜ່ອນຄາຍສະຖານະການ, ຟື້ນຟູການເຈລະຈາສັນຕິພາບຄືນໃໝ່ ແລະ ບັນລຸສັນຕິພາບ.