ໂຄງການສົ່ງນ້ຳພາກໃຕ້ໄປສູ່ພາກເໜືອສາຍກາງໄດ້ສົ່ງນ້ຳລວມທັງໝົດຫຼາຍກວ່າ 60 ຕື້ແມັດກ້ອນ

2023-11-14 10:45:11 cri


ກຸ່ມບໍລິສັດສົ່ງນ້ຳພາກໃຕ້ໄປສູ່ພາກເໜືອຈີນຈຳກັດໃຫ້ຮູ້ວ່າ: ນັບມາຮອດເວລາ 18 ໂມງຂອງວັນທີ 13 ພະຈິກນີ້, ໂຄງການສົ່ງນ້ຳພາກໃຕ້ໄປສູ່ພາກເໜືອສາຍກາງໄດ້ສົ່ງນ້ຳໄປສູ່ພາກເໜືອລວມທັງໝົດຫຼາຍກວ່າ 60 ຕື້ແມັດກ້ອນ ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ກັບປະຊາຊົນຫຼາຍກວ່າ 108 ລ້ານຄົນຢູ່ນະຄອນຫຼວງປັກກິ່ງ, ນະຄອນທຽນສິນ, ແຂວງເຫີເປີຍ ແລະ ແຂວງເຫີໜານ.

ໃນໄລຍະເກືອບ 9 ປີຜ່ານມານີ້, ໂຄງການດັ່ງກ່າວໄດ້ຄຸ້ມຄອງນ້ຳຕາມຫຼັກວິທະຍາສາດ, ຂະຫຍາຍຂອບເຂດສົ່ງນ້ຳຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນປະໂຫຍດເພີ່ມຂຶ້ນທຸກປີ ແລະ ກາຍເປັນເສັ້ນຊີວິດແຫ່ງການສະໜອງນ້ຳຂອງຕົວເມືອງແລະຊົນນະບົດຢູ່ລຽບຕາມສາຍທາງໂຄງການ, ເປັນການຄ້ຳປະກັນດ້ານຊັບພະຍາກອນນ້ຳແລະການຮັບປະກັນຄວາມປອດໄພຂອງນ້ຳທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດສັງຄົມດ້ວຍຄຸນນະພາບສູງຂອງ 20 ກວ່າເຂດເມືອງຂອງຕົວເມືອງໃຫຍ່ແລະລະດັບປານກາງ 26 ແຫ່ງ.