ຈີນຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຢຸດຍິງໃນທັນທີເພື່ອປົກປ້ອງປະຊາຊົນຢ່າງສຸດຄວາມສາມາດ

2023-11-14 10:51:47 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 13 ພະຈິກນີ້. ໃນໂອກາດນີ້, ມີນັກຂ່າວຖາມວ່າ: ທ່ານ ເຕໂດສ ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກໄດ້ຢືນຢັນເມື່ອວັນທີ 12 ພະຈິກນີ້ວ່າ: ໂຮງໝໍອັນ-ຊີຟາ ເຊິ່ງເປັນໂຮງໝໍໃຫຍ່ທີ່ສຸດຢູ່ເຂດກາຊາແມ່ນບໍ່ສາມາດປະຕິບັດຕາມບົດບາດພື້ນຖານຂອງສິ່ງກໍ່ສ້າງສາທາລະນະສຸກໄດ້ແລ້ວ, ພ້ອມດຽວກັນນີ້, ຈໍານວນຄົນເຈັບທີ່ເສຍຊີວິດພວມເພີ່ມຂຶ້ນຢ່າງໄວວາ. ຈີນມີຄວາມເຫັນຄືແນວໃດຕໍ່ກັບສະພາບການຢູ່ເຂດກາຊາໃນປັດຈຸບັນນີ້?


   ທ່ານນາງ ເໝົາໜິງ ຢືນຢັນວ່າ: ການປະທະກັນຢູ່ເຂດກາຊາໄດ້ດໍາເນີນມາເປັນເວລາໜຶ່ງເດືອນປາຍຢ່າງຕໍ່ເນື່ອງ, ເຮັດໃຫ້ສະພາບການດ້ານມະນຸດສະທໍາຢູ່ທ້ອງຖິ່ນດັ່ງກ່າວໜັກໜ່ວງທີ່ສຸດ ເຊິ່ງສະພາບຄວາມຫຍຸ້ງຍາກຂອງໂຮງໝໍອັນ-ຊີຟາເປັນພາບຫຍໍ້ແຫ່ງວິກິດການດ້ານມະນຸດສະທໍາຢູ່ເຂດກາຊາ. ຈີນຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຍິງໃນທັນທີ, ພ້ອມທັງປົກປ້ອງປະຊາຊົນຢ່າງສຸດຄວາມສາມາດ ແລະ ເພີ່ມທະວີການຊ່ວຍເຫຼືອກູ້ໄພດ້ານມະນຸດສະທໍາ. ຝ່າຍຕ່າງໆທີ່ກ່ຽວຂ້ອງໃນປະຊາຄົມໂລກຄວນນໍາໃຊ້ມາດຕະການທີ່ຕິດແທດຕົວຈິງ ແລະ ສຸມຄວາມພະຍາຍາມຫຼາຍກວ່າເກົ່າເພື່ອເລື່ອງນີ້.