CMG ຈະລາຍງານຂ່າວກ່ຽວກັບການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ແລະ ກອງປະຊຸມAPEC ຢ່າງຮອບດ້ານ

2023-11-14 15:20:44 CRI


    ລະຫວ່າງວັນທີ 14 – 17 ພະຈິກນີ້, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປ ຊານຟຣານຊິສໂກ ປະເທດອາເມຣິກາ ເພື່ອເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ, ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 30 ຕາມຄຳເຊີນ. ປັດຈຸບັນ, ສູນຂ່າວຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຢູ່ອາເມຣິກາໄດ້ເປີດນຳໃຊ້ແລ້ວ, ໂດຍຈະນຳໃຊ້ທ່າແຮງດ້ານການເຊື່ອມໂຍງວິທະຍຸ ໂທລະພາບ ແລະ ສື່ໃໝ່ ກໍຄືທ່າແຮງທີ່ເຜີຍແຜ່ຂ່າວຕໍ່ຕ່າງປະເທດດ້ວຍ 68 ພາສາ, ເຊື່ອມສານຫຼາຍພາສາ ແລະ ສັບພະສື່, ເພື່ອລາຍງານຂ່າວກ່ຽວກັບການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ແລະ ກອງປະຊຸມAPEC, ຕັ້ງໜ້າສົ່ງສຽງຂອງຈີນອອກສູ່ໂລກ.