ປະມຸກລັດຈີນ-ອາເມຣິກາຈະລົງເລິກແລກປ່ຽນຄວາມເຫັນຕໍ່ບັນຫາທີ່ມີລັກສະນະຍຸດທະສາດ,ສະພາບລວມແລະທິດທາງກ່ຽວກັບການພົວພັນສອງປະເທດ

2023-11-14 11:20:25 CRI



   ວັນທີ 13 ພະຈິກນີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວປະຈຳ, ໃນໂອກາດດັ່ງກ່າວ, ມີນັກຂ່າວຖາມກ່ຽວກັບການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາແລະບັນຫາອື່ນໆ.

   ທ່ານນາງເໝົາໜິງກ່າວຢືນຢັນວ່າ: ປະມຸກລັດສອງປະເທດຈະລົ ງເລິກແລກປ່ຽນຄວາມເຫັນຕໍ່ບັນຫາທີ່ມີລັກສະນະຍຸດທະສາດ,ສະພາບລວມແລະທິດທາງກ່ຽວກັບການພົວພັນຈີນ-ອາເມຣິກາ ກໍຄືບັນຫາສຳຄັນທີ່ກ່ຽວຂ້ອງກັບສັນຕິພາບແລະການພັດທະນາຂອງໂລກ.

   ທ່ານນາງເໝົາໜິງຢືນຢັນຕື່ມວ່າ: ຝ່າຍຈີນໄດ້ປະຕິບັດຕໍ່ແລະແກ້ໄຂການພົວພັນຈີນ-ອາເມຣິກາ ຕາມ3ຫຼັກການທີ່ສະເໜີໂດຍທ່ານປະທານສີຈິ້ນຜິງຄື ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິແລະຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.  ການແຂ່ງຂັນລະຫວ່າງປະເທດໃຫຍ່ແມ່ນບໍ່ສອດຄ່ອງກັບກະແສຂອງຍຸກປັດຈຸບັນ ແລະບໍ່ສາມາດແກ້ໄຂບັນຫາພາຍໃນຂອງອາເມຣິກາເອງກໍຄືສິ່ງທ້າທາຍທີ່ທົ່ວໂລກພວມປະເຊີນຢູ່. ຝ່າຍຈີນບໍ່ຢ້ານກົວຕໍ່ການແຂ່ງຂັນ, ແຕ່ພວກເຮົາຄັດຄ້ານການຕີຄວາມໝາຍຕໍ່ການພົວພັນຈີນ-ອາເມຣິກາດ້ວຍການແຂ່ງຂັນ. ເມື່ອເວົ້າເຖິງຄວາມສົນໃຈ, ຝ່າຍອາເມຣິກາຄວນເຄົາລົບຄວາມສົນໃຈທີ່ສົມເຫດສົມຜົນ ແລະສິດການພັດທະນາທີ່ຊອບທຳຂອງຝ່າຍຈີນຢ່າງແທ້ຈິງ,ແຕ່ຫາກບໍ່ແມ່ນເນັ້ນໜັກແຕ່ຄວາມສົນໃຈຂອງຝ່າຍຕົນເທົ່ານັ້ນ ແລະທຳລາຍຜົນປະໂຫຍດຂອງຝ່າຍຈີນ.  ຄວາມເຈຕະນາທີ່ຢາກດັດສ້າງປະເທດອື່ນຕາມເຈດຈຳນົງແລະຮູບແບບຂອງຕົນນັ້ນແມ່ນການກະທຳພຽງລຳພັງແຕ່ຝ່າຍດຽວມາແຕ່ຫົວທີ, ມັນເປັນ ລັດທິເຈົ້າອຳນາດທີ່ມີລັກສະນະຕົວແທນຢ່າງຊັດເຈນ ເຊິ່ງບໍ່ອາດສາມາດປະສົບຜົນສຳເລັດໄດ້. ຈີນບໍ່ສະແຫວງຫາການປ່ຽນແປງອາເມຣິກາ, ອາເມຣິກາກໍບໍ່ຄວນສະແຫວງຫາການດັດສ້າງຫຼືປ່ຽນແປງຈີນ. ຫວັງວ່າຝ່າຍອາເມຣິກາຈະປະຕິບັດຕາມຄຳໝັ້ນສັນຍາທີ່ບໍ່ສະແຫວງຫາ “ສົງຄາມເຢັນໃໝ່”, ບໍ່ມີເຈດຈຳນົງປະທະກັນກັບຈີນແລະອື່ນໆໃຫ້ເປັນຮູບປະທຳ, ເພື່ອຮ່ວມກັນຊຸກຍູ້ການພົວພັນຈີນ-ອາເມຣິກາໃຫ້ກັບຄືນສູ່ເສັ້ນທາງການພັດທະນາຢ່າງປອດໃສແລະໝັ້ນທ່ຽງ.