ທ່ານສີຈິ້ນຜິງເດີນທາງອອກຈາກນະຄອນຫຼວງປັກກິ່ງໄປປະເທດອາເມຣິກາ

2023-11-14 20:00:02 CRI


ຕອນຄ່ຳວັນທີ 14 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຂີ່ເຮືອບິນພິເສດເດີນທາງອອກຈາກນະຄອນຫຼວງປັກກິ່ງໄປຊານຟຣານຊິສໂກປະເທດອາເມຣິກາ, ເພື່ອເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ໂດຍຕອບສະໜອງຕາມຄຳເຊີນຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ,  ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 30 ຕາມຄຳເຊີນ.