ງານຕະຫຼາດນັດຜົນສໍາເລັດດ້ານເຕັກໂນໂລຊີທັນສະໄໝສາກົນຈີນຄັ້ງທີ 25 ໄຂຂຶ້ນຢູ່ນະຄອນເຊີນເຈິ້ນ

2023-11-15 14:41:06 CRI

 

   ວັນທີ 15 ພະຈິກນີ້, ງານຕະຫຼາດນັດຜົນສໍາເລັດດ້ານເຕັກໂນໂລຊີທັນສະໄໝສາກົນຈີນຄັ້ງທີ 25 ທີ່ຈະດໍາເນີນໄປເປັນເວລາ 5 ວັນນັ້ນ ໄດ້ໄຂຂຶ້ນຢູ່ນະຄອນເຊີນເຈິ້ນ ແຂວງກວາງຕຸ້ງ ສປ ຈີນ. ງານຕະຫຼາດນັດຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ກະຕຸ້ນຄວາມມີຊີວິດຊີວາຂອງການປະດິດສ້າງ ຍົກລະດັບຄຸນນະພາບການພັດທະນາ”, ເຊິ່ງມີເນື້ອທີ່ວາງສະແດງໃຫຍ່ທີ່ສຸດ, ມີປະເທດ ແລະ ເຂດແຄວ້ນເຂົ້າຮ່ວມຫຼາຍກວ່າທຸກຄັ້ງທີ່ຜ່ານມາ. ແຂກຮັບເຊີນຈາກທົ່ວໂລກທີ່ເຂົ້າຮ່ວມງານໃນຄັ້ງນີ້ຈະເປິກສາຫາລືກ່ຽວກັບທ່າອ່ຽງໃໝ່ ແລະ ທິດທາງໃນອະນາຄົດຂອງການພັດທະນາການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ເຕົ້າໂຮມພະລັງແຮງຂອງຝ່າຍຕ່າງໆເພື່ອຮ່ວມກັນຈັດຕັ້ງປະຕິບັດຍຸດທະສາດການນໍາໃຊ້ການປະດິດສ້າງຂັບເຄື່ອນການພັດທະນາ.


   ງານຕະຫຼາດນັດຄັ້ງນີ້ມີເນື້ອທີ່ວາງສະແດງທັງໝົດ 500.000 ຕາແມັດໂດຍໄດ້ດຶງດູດ 4.295 ບໍລິສັດຈາກ 105 ປະເທດ ແລະ ເຂດແຄວ້ນຂອງ 5 ທະວີບໃນທົ່ວໂລກເຂົ້າຮ່ວມ, ໃນນັ້ນມີ 76 ປະເທດ ແລະ ເຂດແຄວ້ນເປັນປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ນອກນັ້ນ, ງານຕະຫຼາດນັດຄັ້ງນີ້ຍັງໄດ້ຈັດໃຫ້ມີ 19 ເຂດວາງສະແດງເຊັ່ນ: ການວາງສະແດງຜົນສໍາເລັດການປະດິດສ້າງດ້ານເຕັກໂນໂລຊີແຫ່ງຊາດ, ຜົນສໍາເລັດການປະດິດສ້າງດ້ານເຕັກໂນໂລຊີສາກົນ, ພະລັງງານສະອາດ, ວັດທຸໃໝ່ ເປັນຕົ້ນ.