ທ່ານສີຈິ້ນຜິງໃກ້​ຈະເດີນທາງໄປຮອດ​ນະ​ຄອນຊານຟຣານຊິສໂກ ປະເທດອາເມຣິກາ

2023-11-15 05:36:10 CRI

ຕອນບ່າຍວັນທີ 14 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຂີ່ເຮືອບິນພິເສດ ໃກ້ຈະເດີນທາງໄປຮອດນະຄອນຊານຟຣານຊິສໂກ ປະເທດອາເມຣິກາ.

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ລະຫວ່າງວັນທີ 14 ຫາ 17ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ, ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 30 ຕາມຄຳເຊີນ.