ຈີນຄາດວ່າ: ເສດຖະກິດຈີນໃນໄຕມາດທີ 4 ປີນີ້ຈະຮັກສາທ່າອ່ຽງຟື້ນຕົວຄືນໃໝ່

2023-11-15 16:24:46 cri

ຕາມແຫຼ່ງຂ່າວຫຼ້າສຸດຂອງກະຊວງການເງິນຈີນໃຫ້ຮູ້ວ່າ: ລະຫວ່າງວັນທີ 12-13 ພະຈິກນີ້, ກອງປະຊຸມລັດຖະມົນຕີການເງິນຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 30 ໄດ້ຈັດຂຶ້ນຢູ່ນະຄອນຊານຟຣານຊິສໂກຂອງອາເມຣິກາ ໂດຍໄດ້ເປິກສາຫາລືຫົວຂໍ້ກ່ຽວກັບສະພາບການທະນາຄານເສດຖະກິດຂອງພາກພື້ນກໍຄືຂອງໂລກ, ເສດຖະສາດດ້ານການສະໜອງໃນຍຸກປັດຈຸບັນ, ການທະນາຄານແບບຍືນຍົງ, ຊັບສິນດີຈີຕອນ ແລະ ຫົວຂໍ້ອື່ນໆ.

ທ່ານຫຼານຝໍອ່ານ ລັດຖະມົນຕີກະຊວງການເງິນຈີນກ່າວວ່າ: ການຟື້ນຕົວຂອງເສດຖະກິດໂລກໃນປັດຈຸບັນມີທ່ວງທ່າບໍ່ໝັ້ນທ່ຽງ, ແຮງຂັບເຂື່ອນໄດ້ຫຼຸດໜ້ອຍລົງ, ການຄ້າແລະການລົງທຶນມີຄວາມອ່ອນແອ, ໜ້າທີ່ການພັດທະນາແບບຍືນຍົງມີຄວາມຫຍຸ້ງຍາກ. ຝ່າຍຕ່າງໆຄວນເພີ່ມທະວີການປະສານງານທາງດ້ານນະໂຍບາຍເສດຖະກິດມະຫາພາກ, ຊຸກຍູ້ໃຫ້ການຄ້າແລະການລົງທຶນຫັນເປັນແບບເສລີແລະມີຄວາມສະດວກ, ສ້າງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຢູ່ພາກພື້ນທີ່ແໜ້ນແຟ້ນກວ່າເກົ່າ,ຮ່ວມກັນສ້າງເສດຖະກິດອາຊີປາຊີຟິກແລະເສດຖະກິດໂລກແບບເປີດກວ້າງ.

ນັບແຕ່ຕົນປີນີ້ມາ, ເສດຖະກິດຈີນໄດ້ຮັກສາທ່າອ່ຽງຟື້ນຕົວຄືນໃໝ່ຢ່າງຕໍ່ເນື່ອງ, ໂດຍສະເພາະໃນໄຕມາດທີ 3 ປີນີ້, ການປ່ຽນແປງຢ່າງຕັ້ງໜ້າຂອງເສດຖະກິດຈີນໄດ້ເພີ່ມຫຼາຍຂຶ້ນຕື່ມອີກ, ແຮງຂັບເຄື່ອນພາຍໃນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຄາດວ່າໃນໄຕມາດທີ 4, ເສດຖະກິດຈີນຈະສືບຕໍ່ຮັກສາທ່າອ່ຽງທີ່ດີ. ຈີນຍັງຄົງເປັນຫົວຈັກສຳຄັນໃນການເຕີບໂຕຢ່າງໝັ້ນທ່ຽງຂອງເສດຖະກິດໂລກຄືເກົ່າ.