ຈະສ້າງກົນໄກຮ່ວມມືສາກົນດ້ານການປ້ອງກັນໄພທຳມະຊາດ ແລະຄຸ້ມຄອງເຫດການສຸກເສີນ “ໜຶ່ງແລວໜຶ່ງເສັ້ນທາງ”

2023-11-15 15:13:32 CRI


ວັນທີ 14 ພະຈິກນີ້, ທ່ານລິວເວີຍມິນ ຫົວໜ້າກົມຮ່ວມມືສາກົນກະຊວງຄຸ້ມຄອງເຫດການສຸກເສີນຈີນໃຫ້ຮູ້ວ່າ, ກອງປະຊຸມເວທີເປິກສາຫາລືລັດຖະມົນຕີວ່າດ້ວຍການຮ່ວມມືດ້ານການປ້ອງກັນໄພທຳມະຊາດ ແລະຄຸ້ມຄອງເຫດການສຸກເສີນ “ໜຶ່ງແລວໜຶ່ງເສັ້ນທາງ” ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ພະຈິກນີ້. ໃນກອງປະຊຸມດັ່ງກ່າວຈະປະກາດສ້າງກົນໄກຮ່ວມມືສາກົນດ້ານການປ້ອງກັນໄພທຳມະຊາດ ແລະຄຸ້ມຄອງເຫດການສຸກເສີນ “ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງເປັນທາງການ.


ທ່ານລິວເວີຍມິນໄດ້ໃຫ້ທັດສະນະດັ່ງກ່າວໃນກອງປະຊຸມຖະແຫຼງຂ່າວຂອງກະຊວງຄຸ້ມຄອງເຫດການສຸກເສີນຈີນທີ່ຈັດຂຶ້ນເມື່ອວັນທີ 14 ພະຈິກນີ້. ທ່ານກ່າວຕື່ມວ່າ, ກອງປະຊຸມເວທີເປິກສາຫາລືລັດຖະມົນຕີຄັ້ງນີ້ຈະມີອົງການທັງໝົດເກືອບ 80ແຫ່ງຈາກເກືອບ 70 ປະເທດ ແລະເຂດແຄວ້ນ ກໍຄື ອົງການຈັດຕັ້ງສາກົນ ແລະ ພາກພື້ນເຂົ້າຮ່ວມກອງປະຊຸມຜ່ານທາງອອນລາຍ,  ສ່ວນ 30 ກວ່າສຳນັກງານຂອງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈຳຈີນຈະສົ່ງຜູ້ແທນເຂົ້າຮ່ວມກອງປະຊຸມແບບເຊິ່ງໜ້າ. ໃນກອງປະຊຸມດັ່ງກ່າວຍັງຈະປະກາດມາດຕະການຕົວຈິງຂອງປະເທດຈີນທີ່ສະໜັບສະໜູນການສ້າງກົນໄກຮ່ວມມື, ໂດຍພົວພັນເຖິງການຍົກລະດັບເຕັກນິກ, ການເຝິກຊ້ອມກູ້ໄພຕົວຈິງ, ການໂຄສະນາຄວາມຮູ້ວິທະຍາສາດທົ່ວໄປ, ການແລກປ່ຽນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ແລະອື່ນໆ.