ເຈົ້າໜ້າທີ່ລະດັບສູງຫຼາຍທ່ານຂອງອາເມຣິກາລໍຖ້າຕ້ອນຮັບທ່ານປະທານສີຈິ້ນຜິງຢູ່ສະໜາມບິນ

2023-11-15 07:50:42 CRI


    ຕອນບ່າຍວັນທີ 14 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຮອດນະຄອນຊານຟຣານຊິສໂກ ປະເທດອາເມຣິກາດ້ວຍເຮືອບິນພິເສດ. ປັດຈຸບັນນີ້, ວຽກງານກະກຽມຈັດພິພີຕ້ອນຮັບຢູ່ສະໜາມບິນແມ່ນມີຄວາມພ້ອມເປັນທີ່ຮຽບຮ້ອຍແລ້ວ.


    ເຈົ້າໜ້າທີ່ລະດັບສູງຫຼາຍທ່ານຂອງອາເມຣິກາເຊັ່ນ: ທ່ານນາງເຈເນດ ເຢເລນ, ລັດຖະມົນຕີກະຊວງການເງິນອາເມຣິກາ, ທ່ານອັນດຣູ ໂຄໂມ ເຈົ້າຄອງລັດນິວຢອກ, ທ່ານ ນິໂຄລາສ ເບີນສ ເອກອັກຄະລັດຖະທູດອາເມຣິກາປະຈໍາຈີນ ເປັນຕົ້ນໄດ້ລໍຖ້າຕ້ອນຮັບທ່ານປະທານ ສີຈິ້ນຜິງ ຢູ່ສະໜາມບິນ.