ຈີນຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຍຸດຕິການລັກໃຊ້ຊື່ຂອງ ສປຊ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ

2023-11-15 11:39:33 CRI

 

    ວັນທີ 14 ພະຈິກນີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ, ໃນໂອກາດດັ່ງກ່າວ, ມີນັກຂ່າວຖາມໂດຍອ້າງຕາມແຫຼ່ງຂ່າວວ່າ: ວັນທີ 14 ພະຈິກນີ້, ຫຼາຍປະເທດເຊັ່ນ: ອາເມຣິກາ ແລະ ສ.ເກົາຫຼີ ເປັນຕົ້ນໄດ້ຈັດກອງປະຊຸມລະດັບລັດຖະມົນຕີປ້ອງກັນປະເທດ “ກອງບັນຊາການທະຫານສ.ເກົາຫຼີ-ອົງການສະຫະປະຊາຊາດ” ຢູ່ນະຄອນຫຼວງເຊອູນຂອງ ສ.ເກົາຫຼີ ເປັນຄັ້ງທໍາອິດ ໂດຍໄດ້ຢໍ້າເຖິງບົດບາດຂອງ “ກອງບັນຊາການທະຫານອົງການສະຫະປະຊາຊາດ” ໃນການສະກັດກັ້ນຄວາມສ່ຽງທີ່ອາດຈະເກີດສົງຄາມຢູ່ແຫຼມເກົາຫຼີ ກໍຄືການປົກປົກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງແຫຼມເກົາຫຼີ, ພ້ອມທັງໄດ້ຮັບຮອງຖະແຫຼງການຮ່ວມໂດຍລະບຸວ່າ: ຖ້າວ່າເກີດການໂຈມຕີດ້ວຍກໍາລັງອາວຸດ ຫຼື ການເຄື່ອນໄຫວເປັນປໍລະປັກກັນ ທີ່ນາບຂູ່ ສ.ເກົາຫຼີ, ປະເທດສະມາຊິກຂອງ “ກອງບັນຊາການທະຫານອົງການສະຫະປະຊາຊາດ” ຈະຮ່ວມກັນຮັບມືກັບບັນຫາດັ່ງກ່າວ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?


    ທ່ານນາງ ເໝົາໜິງ ຢືນຢັນວ່າ: ໃຜໆກໍຮັບຮູ້ຢູ່ແລ້ວວ່າ ອັນທີ່ເອີ້ນວ່າ “ກອງ ທະຫານອົງການສະຫະປະຊາຊາດ” ເປັນຜົນຂອງສົງຄາມເຢັນ ເຊິ່ງບໍ່ມີຫຼັກອ້າງອີງດ້ານກົດໝາຍ ແລະ ບໍ່ເໝາະສົມມາແຕ່ດົນນານແລ້ວ. ບາງປະເທດສວຍໃຊ້ “ກອງທະຫານອົງການສະຫະປະຊາຊາດ” ເປັນສາກບັງໜ້າຈັດກອງປະຊຸມໂດຍຍຸແຍ່ສ້າງຄວາມຂັດແຍ້ງ ແລະ ສ້າງຄວາມເຄັ່ງຕຶງ ແມ່ນເພື່ອເທນໍ້າມັນໃສ່ກອງໄຟເຮັດໃຫ້ສະພາບການທີ່ເຄັ່ງຕຶງຢູ່ແຫຼມເກົາຫຼີຍິ່ງມີຄວາມເຄັ່ງຕຶງຂຶ້ນຕື່ມອີກ. ຈີນຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຈົ່ງຍຸດຕິການລັກໃຊ້ຊື່ຂອງ ສປຊ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ, ຈົ່ງປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງແຫຼມເກົາຫຼີດ້ວຍການກະທໍາຕົວຈິງ.