ທ່ານສີຈິ້ນຜິງເດີນທາງໄປຮອດນະຄອນຊານຟຣານຊິສໂກເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳ APEC ຄັ້ງທີ 30

2023-11-15 08:03:47 CRI

ຕອນບ່າຍວັນທີ 14 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຂີ່ເຮືອບິນພິເສດເດີນທາງໄປຮອດນະຄອນຊານຟຣານຊິສໂກປະເທດອາເມຣິກາ, ເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາຕາມຄຳເຊີນຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ,ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 30 ຕາມຄຳເຊີນ.

 

ໃນເວລາເດີນທາງໄປຮອດສະໜາມບິນສາກົນຊານຟຣານຊິສໂກ, ທ່ານສີຈິ້ນຜິງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຜູ້ຕາງໜ້າຝ່າຍອາເມຣິກາຫຼາຍທ່ານ ເຊິ່ງລວມທັງທ່ານນາງຈາເນັດ ເຢເລັນ, ລັດຖະມົນຕີກະຊວງການເງິນອາເມຣິກາ, ທ່ານກາວິນ ນິວຊຳ ເຈົ້າຄອງລັດກາລິໂຟເນຍ ແລະ ທ່ານອື່ນໆ.

 

ຢູ່ກາງທາງທີ່ຂະບວນລົດຂອງທ່ານສີຈິ້ນຜິງພ້ອມຄະນະເດີນທາງຈາກສະໜາມບິນໄປສູ່ໂຮງແຮມນັ້ນ, ຊາວຈີນ ແລະ ເຊື້ອສາຍຈີນຢູ່ອາເມຣິກາ ກໍຄືຜູ້ຕາງໜ້ານັກສຶກສາຈີນຢູ່ອາເມຣິກາຈຳນວນຫຼວງຫຼາຍໄດ້ລໍຖ້າຢູ່ແຄມທາງ, ຈັບທຸງຊາດຂອງສອງປະເທດຈີນ ແລະ ອາເມຣິກາ, ຕ້ອນຮັບທ່ານປະທານສີຈິ້ນຜິງຢ່າງອົບອຸ່ນ.