ຟິມສາລະຄະດີ “ຮູບແບບໃໝ່ຂອງອະລິຍະທຳມວນມະນຸດ: ຄວາມທັນສະໄໝແບບຈີນ” ສະບັບສາກົນອອກອາກາດຢ່າງເປັນທາງການ

2023-11-16 14:49:11 cri

ໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນເດີນທາງໄປອາເມຣິກາເພື່ອເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 30, ຟິມສາລະຄະດີ “ຮູບແບບໃໝ່ຂອງອະລິຍະທຳມວນມະນຸດ: ຄວາມທັນສະໄໝແບບຈີນ” ສະບັບສາກົນ ຄື: “ເລື່ອງລາວຄວາມທັນສະໄໝຂອງພວກເຮົາ” ທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ອອກອາກາດຢູ່ເຂດອາເມຣິກາເໜືອ, ເອີຣົບ, ອາຊີ-ປາຊີຟິກ, ອາຟຣິກາ, ຕາເວັນອອກກາງ ແລະ ເຂດແຄວ້ນອື່ນໆ ໂດຍຜ່ານເວທີເຜີຍແຜ່ການຮ່ວມມືສາກົນ ເຊິ່ງໄດ້ກວມເອົາຜູ້ຊົມທົ່ວໂລກຫຼາຍກວ່າ 400 ລ້ານຄົນ.