ຈີນລົງເລິກການຮ່ວມມືດ້ານເສດຖະກິດການຄ້າກັບກຸ່ມເສດຖະກິດ APEC ຢ່າງບໍ່ຍຸດຢັ້ງ

2023-11-16 10:44:15 CRI

 

   ປີ 2022 ຜ່ານມາ, ຍອດມູນຄ່າການຄ້າຂາເຂົ້າຂາອອກລະຫວ່າງຈີນ-ສະມາຊິກອົງການຮ່ວມມືເສດຖະກິດອາຊີປາຊິຟິກ ຫຼື APEC ໄດ້ບັນລຸເຖິງ 3.739,08 ຕື້ໂດລາ, ກວມເອົາ 59,7% ຂອງຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນ. ໃນຈໍານວນ 10 ຄູ່ການຄ້າໃຫຍ່ຂອງຈີນ, ມີ 8 ແຫ່ງເປັນສະມາຊິກ APEC , ພ້ອມດຽວກັນນີ້ຈີນຍັງເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງ 13 ກຸ່ມເສດຖະກິດໃນ APEC.


   ກຸ່ມເສດຖະກິດ APEC ເປັນຄູ່ຮ່ວມມືດ້ານການລົງທຶນທີ່ສໍາຄັນຂອງຈີນ. ໃນປີ 2022 ຜ່ານມາ, ການນໍາໃຊ້ທຶນຈາກການລົງທຶນຂອງກຸ່ມເສດຖະກິດ APEC  ຂອງຈີນກວມເອົາ 86,6% ຂອງຍອດມູນຄ່າການລົງທຶນຕ່າງປະເທດຂອງຈີນ; ນອກນີ້, ໃນ 10 ແຫຼ່ງລົງທຶນຕ່າງປະເທດໃຫຍ່ຂອງຈີນ, ມີ 5 ແຫ່ງເປັນປະເທດສະມາຊິກ APEC.


   ໃນຊຸມປີມໍ່ໆມານີ້, ຈີນໄດ້ສືບຕໍ່ລົງເລິກການປະຕິຮູບ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກ ໂດຍໄດ້ເຊື່ອມໂຍງເຂົ້າໃນການຮ່ວມມືໃນພາກພື້ນອາຊີປາຊີຟິກຢ່າງຫ້າວຫັນ, ພ້ອມທັງໄດ້ຊຸກຍູ້ການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນອາຊີປາຊີຟິກ ແລະ ໄດ້ສະໜອງແຜນການຂອງຈີນເຂົ້າໃນການສ້າງຄວາມຈະເລີນຮຸ່ງເຮືອງຂອງອາຊີປາຊີຟິກຢ່າງຕໍ່ເນື່ອງຕື່ມອີກ.