ຈີນຮຽກຮ້ອງຊ້ຳແລ້ວຊ້ຳອີກຈົ່ງຢຸດຍິງໂດຍໄວ ຫຼີກເວັ້ນໄພພິບັດດ້ານມະນຸດສະທຳທີ່ຮຸນແຮງຕື່ມອີກ

2023-11-16 14:49:49 cri

ວັນທີ 15 ພະຈິກນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໃນເວລາຕອບຄຳຖາມກ່ຽວກັບການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນ, ທ່ານນາງເໝົາໜິງກ່າວວ່າ: ກ່ຽວກັບບັນຫາດັ່ງກ່າວ, ຈີນໄດ້ສະແດງຫຼັກໝັ້ນຢ່າງຈະແຈ້ງຫຼາຍຄັ້ງແລ້ວ ຄື: ຈີນກ່າວປະນາມການເຄື່ອນໄຫວທຸກປະການທີ່ທຳຮ້າຍປະຊາຊົນ, ຄັດຄ້ານການກະທຳທຸກຢ່າງທີ່ຄັດຕໍ່ກົດໝາຍສາກົນ. ຈີນໄດ້ຮຽກຮ້ອງຫຼາຍຄັ້ງແລ້ວວ່າຈົ່ງຢຸດຍິງໂດຍໄວ ຫຼີກເວັ້ນໄພພິບັດດ້ານມະນຸດສະທຳທີ່ຮຸນແຮງຕື່ມອີກ. ພວກຂ້າພະເຈົ້າໄດ້ໄກ່ເກຍເພື່ອເລື່ອງນີ້ມາໂດຍຕະຫຼອດ, ຈະສືບຕໍ່ຮ່ວມກັບຝ່າຍຕ່າງໆທີ່ກ່ຽວຂ້ອງເສີມຂະຫຍາຍບົດບາດທີ່ຕັ້ງໜ້າແລະມີລັກສະນະສ້າງສັນ ເພື່ອບັນລຸການຢຸດຍິງ, ຫຼຸດລະດັບການປະທະກັນ, ຜ່ອນຄາຍສະຖານະການດ້ານມະນຸດສະທຳ, ຮັບຮອງ “ແຜນການສອງປະເທດ” ໃນທີ່ສຸດ ແລະ ບັນລຸສັນຕິພາບຢ່າງຖາວອນລະຫວ່າງປາແລດສະຕິນ-ອິດສະຣາແອນ.