ທ່ານສີຈິ້ນຜິງກ່າວຄຳປາໄສຜ່ານທາງລາຍລັກອັກສອນຕໍ່ກອງປະຊຸມສຸດຍອດອຸດສາຫະກຳການຄ້າອົງການAPEC

2023-11-17 04:54:36 CRI

ຕອນເຊົ້າວັນທີ16 ພະຈິກນີ້ ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຜ່ານທາງລາຍລັກອັກສອນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຮັບມືກັບສິ່ງທ້າທາຍ ຂຽນປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືອາຊີປາຊີຟິກ”ຕໍ່ກອງປະຊຸມສຸດຍອດອຸດສາຫະກຳການຄ້າອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືAPEC ທີ່ຈັດຂຶ້ນຢູ່ນະຄອນຊານຟຣານຊີສໂກ ປະເທດອາເມຣິກາ.

 

ເນື້ອໃນບົດປາໄສຂອງທ່ານສີຈິ້ນຜິງລະບຸວ່າ, ເມື່ອ30ປີກ່ອນ, ບັນດາຜູ້ນຳພາກພື້ນອາຊີປາຊີຟິກໄດ້ຕອບສະໜອງຕາມກະແສຂອງຍຸກສະໄໝແຫ່ງສັນຕິພາບແລະການພັດທະນາ, ໂດຍໄດ້ຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APECຄັ້ງທຳອິດ, ໄດ້ຊຸກຍູ້ການພັດທະນາອາຊີປາຊີຟິກແລະເສດຖະກິດໂລກາພິວັດເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວ, ປະກອບສ່ວນເຂົ້າໃນການເຮັດໃຫ້ອາຊີປາຊີຟິກກາຍເປັນສູນກາງແຫ່ງການເຕີບໂຕດ້ານເສດຖະກິດໂລກ, ເປັນສິ່ງຮັບປະກັນໃຫ້ທົ່ວໂລກມີການພັດທະນາແລະມີສະຖຽນລະພາບ. ຕະຫຼອດໄລຍະ30ປີຜ່ານມານີ້,ພວກເຮົາໄດ້ຍຶດໝັ້ນລັດທິພາກພື້ນທີ່ເປີດປະຕູສູ່ພາຍນອກ, ເປີດກວ້າງ,ກວມລວມ, ເສີມຂະຫຍາຍທ່າແຮງແລະແກ້ໄຂຈຸດອ່ອນ, ຊ່ວຍຊູຍູ້ໜູນກັນ,ສຸມໃສ່ການພັດທະນາ ໂດຍໄດ້ສ້າງຮູບການອົງການຮ່ວມມືເສດຖະກິດອາຊີປາຊີຟິກຕາມຫຼັກການທີ່ເປັນເຈົ້າຕົນເອງ,ດ້ວຍຄວາມສະໝັກໃຈ,ເປິກສາຫາລືເປັນເອກະພາບກັນ ແລະຄ່ອຍເປັນຄ່ອຍໄປ, ເຊີດຊູຈິດໃຈຄູ່ຮ່ວມທີ່ກົມກຽວແຕ່ມີຄວາມແຕກຕ່າງກັນ, ສະແຫວງຫາສິ່ງທີ່ຄືກັນ,ສະຫງວນສິ່ງທີ່ແຕກຕ່າງກັນ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ປະຫວັດການຮ່ວມມືອາຊີປາຊີຟິກທີ່ບໍ່ທຳມະດາໄດ້ສ້າງແຮງບັນດານໃຈທີ່ເລິກເຊິ່ງຫຼາຍຢ່າງໃຫ້ແກ່ພວກເຮົາ.

 

ເນື້ອໃນບົດປາໄສຂອງທ່ານສີຈິ້ນຜິງໄດ້ລະບຸໂດຍເນັ້ນໜັກວ່າ: ໂລກໄດ້ເຂົ້າສູ່ໄລຍະປັ່ນປ່ວນແລະປ່ຽນແປງອັນໃໝ່, ການຮ່ວມມືອາຊີປາຊີຟິກໃນ30ປີຕໍ່ໜ້ານີ້ຈະໄປສູ່ທິດທາງໃດນັ້ນໄດ້ກາຍເປັນບັນຫາໃນຍຸກໃໝ່ທີ່ພວກເຮົາພວມປະເຊີນຢູ່. ພວກເຮົາຄວນຍຶດໝັ້ນອຸດົມການແຕ່ຫົວທີຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກເພື່ອຊຸກຍູ້ໃຫ້ການຮ່ວມມືອາຊີປາຊີຟິກອອກເດີນທາງຄັ້ງໃໝ່.


ພວກເຮົາຄວນຮ່ວມກັນປົກປັກຮັກສາຈຸດປະສົງແລະຫຼັກການຂອງກົດບັດສະຫະປະຊາຊາດ, ຍຶດໝັ້ນຫຼັກການແຫ່ງການໄປມາຫາສູ່ກັນລະຫວ່າງຊາດທີ່ສົນທະນາກັນແຕ່ບໍ່ເປັນປໍລະປັກກັນ, ເປັນຄູ່ຮ່ວມມືແຕ່ບໍ່ຮ່ວມກຸ່ມ, ປົກປັກຮັກສາຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຂອງອາຊີປາຊີຟິກ.  ມັນເປັນໄປບໍ່ໄດ້ ທີ່ອາຊີປາຊີຟິກກາຍເປັນແລະກໍບໍ່ຄວນກາຍເປັນສະໜາມແຂ່ງຂັນດ້ານພູມສາດການເມືອງ, ຍິ່ງຕ້ອງບໍ່ຄວນສ້າງ “ສົງຄາມເຢັນໃໝ່” ແລະເປັນປໍລະປັກກັນລະຫວ່າງຝ່າຍ. ຕ້ອງຍຶດໝັ້ນລັດທິພາກພື້ນທີ່ເປີດປະຕູສູ່ພາຍນອກ, ຊຸກຍູ້ຂະບວນການເຂດການຄ້າເສລີອາຊີປາຊີຟິກຢ່າງເດັດດ່ຽວໜຽວແໜ້ນ, ຊຸກຍູ້ການຊວຍຊູຍູ້ໜູນກັນແລະເຊື່ອມໂຍງດ້ານເສດຖະກິດລະຫວ່າງບັນດາປະເທດ, ສ້າງເສດຖະກິດອາຊີປາຊີຟິກແບບເປີດກວ້າງທີ່ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຕ້ອງຊຸກຍູ້ການພັດທະນາໂດຍຫັນເປັນດິຈີຕອນ, ອັດສະລິຍະແລະສີຂຽວ, ເພີ່ມທະວີການປະດິດສ້າງດ້ານວິທະຍາສາດເຕັກນິກກໍຄືການຫັນຜົນສຳເລັດດ້ານວິທະຍາສາດເຕັກນິກໃຫ້ເກີດມີຜົນປະໂຫຍດຕົວຈິງ, ຊຸກຍູ້ໃຫ້ເສດຖະກິດດິຈີຕອນແລະເສດຖະກິດຮູບປະທຳເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຮ່ວມມືກັນປັບປຸງການບໍລິຫານດ້ານວິທະຍາສາດເຕັກນິກທົ່ວໂລກໃຫ້ສົມບູນຂຶ້ນ, ສ້າງສະພາບແວດລ້ອມການພັດທະນາວິທະຍາສາດເຕັກນິກທີ່ເປີດກວ້າງ, ຍຸຕິທຳ, ທ່ຽງທຳ ແລະບໍ່ມີການຈຳແນກ.


ເນື້ອໃນບົດປາໄສຂອງທ່ານສີຈິ້ນຜິງໄດ້ລະບຸໂດຍເນັ້ນໜັກຕື່ມວ່າ: ນັບແຕ່ຕົ້ນປີນີ້ມາ, ເສດຖະກິດຈີນໄດ້ຟື້ນຟູດີຂຶ້ນຢ່າງຕໍ່ເນື່ອງ, ການພັດທະນາດ້ວຍຄຸນນະພາບສູງໄດ້ຮັບການຊຸກຍູ້ໃຫ້ມີຄວາມຄືບໜ້າຢ່າງໜັກແໜ້ນ, ຈີນຍັງຄົງເປັນຫົວຈັກໃຫຍ່ທີ່ສຸດໃນການຂັບເຄື່ອນການເຕີບໂຕດ້ານເສດຖະກິດໂລກ, ຈີນມີທ່າແຮງດ້ານໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ, ມີທ່າແຮງດ້ານຄວາມຕ້ອງການໃນຕະຫຼາດຂະໜາດໃຫຍ່ທີ່ສຸດ, ມີທ່າແຮງດ້ານການສະໜອງທີ່ຄວບຄູ່ກັບລະບົບອຸດສາຫະກຳອັນຄົບຖ້ວນສົມບູນ ກໍຄືທ່າແຮງດ້ານບຸກຄະລາກອນທີ່ມີແຮງງານແລະນັກທຸລະກິດທີ່ມີຄຸນນະພາບສູງເປັນຈຳນວນຫຼວງຫຼາຍ, ການພັດທະນາເສດຖະກິດມີແຮງຂັບເຄື່ອນພາຍໃນ, ຄວາມໝັ້ນໜຽວ ແລະກຳລັງແຮງບົ່ມຊ້ອນອັນເຂັ້ມແຂງ. ສະພາບພື້ນຖານທີ່ເສດຖະກິດຈີນພັດທະນາໄປໃນທິດທາງທີ່ດີຢ່າງຍາວນານນັ້ນບໍ່ໄດ້ປ່ຽນແປງແລະຈະບໍ່ມີການປ່ຽນແປງ. ພວກເຮົາມີຄວາມໝັ້ນໃຈ ຍິ່ງມີຄວາມສາມາດໃນການບັນລຸການພັດທະນາຢ່າງຍາວນານແລະໝັ້ນທ່ຽງ ພ້ອມທັງນຳເອົາແຮງຂັບເຄື່ອນໃໝ່ແລະໂອກາດໃໝ່ໄປສູ່ໂລກດ້ວຍການພັດທະນາອັນໃໝ່ຂອງຈີນ. ຈີນຍຶດໝັ້ນເປີດປະຕູຢ່າງກວ້າງຂວາງເພື່ອເຮັດການສ້າງສາພັດທະນາ, ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ, ຄວາມຕັດສິນໃຈຂອງຈີນໃນການສ້າງສະພາບແວດລ້ອມດຳເນີນທຸລະກິດຕາມຫຼັກການຕະຫຼາດ, ຄຸ້ມຄອງຕາມກົດໝາຍແລະຫັນເປັນແບບສາກົນນັ້ນຈະບໍ່ມີການປ່ຽນແປງ, ນະໂຍບາຍທີ່ສະໜອງການບໍລິການທີ່ມີຄຸນນະພາບດີໃຫ້ການລົງທຶນຂອງຕ່າງປະເທດແບບໃຫ້ສິດສະເໝີພາບກັນນັ້ນຈະບໍ່ມີການປ່ຽນແປງ. ຈຸດເລີ່ມຕົ້ນແລະຈຸດປະສົງຂອງຄວາມທັນສະໄໝແບບຈີນແມ່ນເຮັດໃຫ້ປະຊາຊົນຈີນ1,4ຕື້ກວ່າຄົນມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ, ສິ່ງນີ້ເວົ້າສຳລັບທົ່ວໂລກແລ້ວແມ່ນໝາຍເຖິງຕະຫຼາດທີ່ກວ້າງຂວາງກວ່າເກົ່າແລະໂອກາດການຮ່ວມມືແບບບໍ່ເຄີຍມີມາກ່ອນ, ຍັງຈະເພີ່ມແຮງຂັບເຄື່ອນອັນເຂັ້ມແຂງເຂົ້າໃນຄວາມທັນສະໄໝຂອງໂລກອີກດ້ວຍ. ຈີນຍິນດີຕ້ອນຮັບວົງການອຸດສາຫະກຳການຄ້າໃນທົ່ວໂລກຕັ້ງໜ້າເຂົ້າຮ່ວມຂະບວນການຄວາມທັນສະໄໝແບບຈີນເພື່ອຮ່ວມກັນຊົມໃຊ້ກາລະໂອກາດອັນໃຫຍ່ຫຼວງທີ່ມາຈາກການພັດທະນາດ້ວຍຄຸນນະພາບສູງຂອງຈີນ.