ເຮັດໃຫ້ "ວິໄສທັດຊານຟຣານຊີສໂກ"ກາຍເປັນຈຸດເລີ່ມຕົ້ນໃໝ່ຂອງການພົວພັນຈີນ-ອາມຣິກາ

2023-11-17 07:38:49 CRI



ຕອນເຊົ້າ ວັນທີ15ພະຈິກນີ້ ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຈັດການພົບປະກັນຢູ່ບ່ອນຕາກອາກາດຟີໂລລີນະຄອນຊານຟຣານຊີສໂກ ປະເທດອາເມຣິກາ ເຊິ່ງເປັນການພົບປະສຳຄັນອີກຄັ້ງໜຶ່ງຫຼັງຈາກປະມຸກລັດສອງປະເທດພົບປະກັນຢູ່ເກາະບາຫຼີເມື່ອວັນທີ14ພະຈິກປີ2022ຜ່ານມາ. ຄວາມໝາຍຂອງການພົບປະຄັ້ງນີ້ບໍ່ພຽງແຕ່ແມ່ນ “ກັບຄືນສູ່ຄວາມເຫັນເປັນເອກະພາບກັນຢູ່ເຫາະບາຫຼີ”, ແກ້ໄຂສະພາບບໍ່ປົກກະຕິຂອງການພົວພັນສອງຝ່າຍທີ່ປະສົບຄວາມຫຍຸ້ງຍາກຢ່າງຕໍ່ເນື່ອງເທົ່ານັ້ນດ ຍິ່ງເປັນມາດຕະການລັກສະນະຍຸດທະສາດ,ລັກສະນະປະຫວັດສາດແລະລັກສະນະນຳໜ້າເພື່ອຊຸກຍູ້ໃຫ້ການພົວພັນຈີນ-ອາເມຣິກາກັບຄືນສູ່ເສັ້ນທາງການພັດທະນາຢ່າງເປັນປົກກະຕິ. ທ່ານປະທານສີຈິ້ນຜິງໄດ້ມີຂໍ້ສະເໜີກ່ຽວກັບຈີນ-ອາເມຣິກາຄວນມີຄວາມຮ່ວມກັນ 5 ດ້ານ ເຊິ່ງເປັນການສ້າງ5ເສົາຄ້ຳໃຫ້ກັບການພັດທະນາການພົວພັນຈີນ-ອາເມຣິກາຢ່າງໝັ້ນທ່ຽງ ແລະໄດ້ເປີດ “ວິໄສທັດຊານຟຣານຊີສໂກ”ທີ່ການພົວພັນສອງປະເທດຫັນໜ້າສູ່ອະນາຄົດ.