ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນພົບປະກັບທ່ານຊິຕິເວນີ ຣາບູກາ ນາຍົກລັດຖະມົນຕີຟິຈິ

2023-11-17 05:27:40 CRI


ຕອນເຊົ້າວັນທີ 16 ພະຈິກນີ້ ຕາມເວລາທ້ອງຖີ່ນ ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ພົບປະກັບທ່ານຊິຕິເວນີ ຣາບູກາ ນາຍົກລັດຖະມົນຕີຟິຈິ.


ທ່ານສີຈິ້ນຜິງກ່າວວ່າ: ຟິຈິແມ່ນປະເທດເກາະປາຊີຟິກທີ່ສ້າງສາຍພົວພັນທາງການທູກກັບປະເທດຈີນໃໝ່ໄວກ່ອນໝູ່. ໃນໄລຍະເຄິ່ງສະຕະວັດມານີ້, ການພົວພັນຈີນ-ຟິຈິໄດດ້ຜ່ານພ່າການທົດສອບໃນການປ່ຽນແປງຂອງສະຖານະການສາກົນ, ໄດ້ຮັບການພັດທະນາທີ່ຍາວໄກ, ໄດ້ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ຈີນຖືຟິຈິເປັນໝູ່ເພື່ອນທີ່ດີ, ຄູ່ຮ່ວມທີ່ດີໃນກຸ່ມປະເທດພາກໃຕ້ທົ່ວໂລກ, ສະໜັບສະໜູນປະຊາຊົນຟິຈິໄປຕາມເສັ້ນທາງການພັດທະນາເປັນເຈົ້າຕົນເອງຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນຟິຈິບັນລຸການພັດທະນາຢ່າງມີຄວາມຈະເລີນຮຸ່ງເຮືອງ, ສະໜັບສະໜູນຟິຈິເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນເວທີສາກົນແລະພາກພື້ນ.


ໃນຫຼາຍປີມານີ້, ຈີນແລະໂລກໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ, ແຕ່ຈີນປະຕິບັດນະໂຍບາຍການຕ່າງປະເທດທີ່ປະເທດນ້ອຍໃຫຍ່ມີຄວາມສະເໝີພາບກັນນັ້ນບໍ່ມີການປ່ຽນແປງ, ຄວາມຮັກແພງແລະໄມຕີຈິດມິດຕະພາບທີ່ປະຊາຊົນຈີນມີຕໍ່ປະຊາຊົນຟິຈິບໍ່ມີການປ່ຽນແປງ. ພາຍໃຕ້ສະຖະນະການໃໝ່, ຂ້າພະເຈົ້າຍິນດີຮ່ວມກັບທ່ານ, ສືບຕໍ່ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ຟິຈິຂະຫຍາຍໄປໜ້າຢ່າງປອດໄສແລະໝັ້ນທ່ຽງ ເພື່ອສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ກັບປະຊາຊົນສອງປະເທດ.