ທ່ານສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນ

2023-11-17 10:01:49 cri


   ຕອນບ່າຍວັນທີ16ພະຈິກນີ້, ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານກິຊິດະ ຟູມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນຢູ່ນະຄອນຊານຟຣານຊີສໂກ ປະເທດອາເມຣິກາ.

  ຜູ້ນຳສອງປະເທດໄດ້ຢ້ຳຄືນເຖິງການປະຕິບັດຫຼັກການແລະຄວາມເຫັນທີ່ເປັນເອກະພາບກັນຂອງເອກະສານການເມືອງ4ສະບັບລະຫວ່າງຈີນ-ຍີ່ປຸ່ນຢ່າງເຂັ້ມງວດ, ກຳນົດຄືນໃໝ່ກ່ຽວກັບ ເນື້ອໃນສຳຄັນຕົ້ນຕໍຂອງການພົວພັນຈີນ-ຍີ່ປຸ່ນແມ່ນການຊຸກຍູ້ສາຍພົວພັນຍຸດທະສາດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງຮອບດ້ານ, ສຸມໃສ່ການສ້າງການພົວພັນຈີນ-ຍີ່ປຸ່ນທີ່ໝັ້ນທ່ຽງ, ມີລັກສະນະສ້າງສັນແລະສອດຄ່ອງກັບຄວາມຮຽກຮ້ອງຂອງຍຸກໃໝ່.

   ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ ບັນຫາຫຼັກການທີ່ສຳຄັນເຊັ່ນ ບັນຫາປະຫວັດສາດ, ບັນຫາໄຕ້ຫວັນເປັນຕົ້ນແມ່ນກ່ຽວພັນກັບພື້ນຖານການເມືອງຂອງການພົວພັນສອງປະເທດ, ຍີ່ປຸ່ນຕ້ອງເຄົາລົບສິນທຳ, ເພື່ອຮັບປະກັນໃຫ້ພື້ນຖານຂອງການພົວພັນຈີນ-ຍີ່ປຸ່ນບໍ່ຖືກຜົນເສຍຫາຍແລະບໍ່ຫວັ່ນໄຫວຄອນແຄນ. ຈີນພວມຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງແລະເປີດປະຕູສູ່ພາຍນອກໃນລະດັບສູງ, ຈະນຳເອົາກາລະໂອກາດແບບບໍ່ເຄີຍມີມາກ່ອນໃຫ້ກັບບັນດາປະເທດຢູ່ໃນໂລກເຊິ່ງລວມທັງຍີ່ປຸ່ນ. ສອງຝ່າຍຄວນລົງເລິກຮ່ວມມືກັນແລະຊ່ວຍຊູຍູ້ໜູນກັນເພື່ອໃຫ້ຕ່າງຝ່າຍຕ່າງປະສົບຜົນສຳເລັດ.

  ທ່ານກິຊິດະ ຟູມິໂອະກ່າວຢືນຢັນວ່າ ຝ່າຍຍີ່ປຸ່ນບໍ່ມີເຈດຈຳນົງຢາກຕັດສາຍພົວພັນກັບຈີນ, ຈະສືບຕໍ່ສຸມໃສ່ກ້າວເດີນໄປຕາມເສັ້ນທາງພັດທະນາໂດຍສັນຕິ, ການຍຶດໝັ້ນຫຼັກໝັ້ນທີ່ແກ້ໄຂບັນຫາໄຕ້ຫວັນຕາມຖະແຫຼງການຮ່ວມລະຫວ່າງຍີ່ປຸ່ນ-ຈີນນັ້ນບໍ່ມີການປ່ຽນແປງແຕ່ປະການໃດ.

    ສອງຝ່າຍເຫັນດີຮັກສາການແລກປ່ຽນສົນທະນາກັນໃນທຸກຂັ້ນ, ຮັກສາການແລກປ່ຽນປະສານງານກັນໃນວຽກງານສາກົນແລະພາກພື້ນ, ຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກເຊັ່ນ ການປ່ຽນແປງຂອງດິນຟ້າອາກາດແລະອື່ນໆ. ສອງຝ່າຍເຫັນດີຖືເອົາທັດສະນະທ່າທີທີ່ມີລັກສະນະສ້າງສັນ, ຜ່ານຈາກການເປິກສາຫາລືແລະເຈລະຈາກັນເພື່ອຊອກເຫັນວິທີທາງອັນເໝາະສົມເພື່ອແກ້ໄຂບັນຫາການລະບາຍນ້ຳປົນເປື້ອນລັງສີນີວເຄລຍຂອງໂຮງໄຟຟ້ານີວເຄລຍຟູຄູຊີມະລົງສູ່ທະເລ.