ອາເມຣິກາຄວນຈັດຕັ້ງປະຕິບັດທັດສະນະທ່າທີທີ່ບໍ່ສະໜັບສະໜູນການແບ່ງແຍກໄຕ້ຫວັນເປັນເອກະລາດເຂົ້າໃນການກະທໍາຕົວຈິງ

2023-11-17 11:08:26 CRI

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 16 ພະຈິກນີ້. ໃນໂອກາດນີ້, ມີນັກຂ່າວໄດ້ຖາມເຖິງການຮ່ວມມືດ້ານການທະຫານລະຫວ່າງຈີນ-ອາເມຣິກາ ແລະ ບັນຫາໄຕ້ຫວັນ ເຊິ່ງເປັນປະເດັນໃນການພົບປະກັນລະຫວ່າງປະມຸກລັດຈີນ-ອາເມຣິກາ.


   ທ່ານນາງ ເໝົາໜິງ ຢືນຢັນວ່າ: ຈີນໃຫ້ຄວາມສໍາຄັນຕໍ່ການແລກປ່ຽນກັນລະຫວ່າງກອງທັບຈີນ-ອາເມຣິກາມາໂດຍຕະຫຼອດ, ປະມຸກລັດສອງປະເທດເຫັນດີໃຫ້ຊຸກຍູ້ ແລະ ເພີ່ມທະວີການສົນທະນາ ແລະ ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນ-ອາເມຣິກາ, ລວມທັງຟື້ນຟູການແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງກອງທັບ, ການພົບປະເຮັດວຽກລະຫວ່າງກະຊວງປ້ອງກັນປະເທດຈີນ-ອາເມຣິກາ, ກອງປະຊຸມກົນໄກເປິກສາຫາລືຄວາມໝັ້ນຄົງດ້ານການທະຫານເທິງທະເລຈີນ-ອາເມຣິກາຄືນໃໝ່ ແລະ ດໍາເນີນການໂອ້ລົມທາງໂທລະສັບລະຫວ່າງຜູ້ນໍາເຂດສູ້ຮົບຂອງສອງກອງທັບຈີນ-ອາເມຣິກາບົນພື້ນຖານສະເໝີພາບກັນ ແລະ ເຄົາລົບເຊິ່ງກັນແລະກັນ.


    ກ່ຽວກັບບັນຫາໄຕ້ຫວັນ, ທ່ານນາງ ເໝົາໜິງ ຢືນຢັນວ່າ: ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ບັນລະຍາຍຫຼັກໝັ້ນຢ່າງເຄັ່ງຂຶມຂອງຈີນນັ້ນກໍຄື: ບັນຫາໄຕ້ຫວັນເປັນບັນຫາທີ່ສໍາຄັນ ແລະ ອ່ອນໄຫວທີ່ສຸດໃນສາຍພົວພັນລະຫວ່າງຈີນ-ອາເມຣິກາມາໂດຍຕະຫຼອດ. ອາເມຣິກາຄວນຈັດຕັ້ງປະຕິບັດທັດສະນະທ່າທີທີ່ບໍ່ສະໜັບສະໜູນການແບ່ງແຍກໄຕ້ຫວັນເປັນເອກະລາດນັ້ນເຂົ້າໃນການກະທໍາຕົວຈິງ, ຍຸດຕິການສົ່ງອາວຸດຍຸດໂທປະກອນໃຫ້ໄຕ້ຫວັນ, ພ້ອມທັງສະໜັບສະໜູນການທ້ອນໂຮມປະເທດຊາດເປັນເອກະພາບໂດຍສັນຕິຂອງຈີນ.