ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນ ພົບປະກັບປະທານາທິບໍດີເມັກຊິກ

2023-11-17 05:30:16 CRI

ຕອນເຊົ້າວັນທີ 16 ພະຈິກນີ້ ຕາມເວລາທ້ອງຖີ່ນ ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນ ໄດ້ພົບປະກັບທ່ານໂລເພສ ປະທານາທິບໍດີເມັກຊິກຢູ່ທີ່ຊານຝຣັງຊິສໂກ ແຫ່ງອາເມຣິກາ.


ທ່ານສີຈິ້ນຜິງເນັ້ນໜັກວ່າ: ຈີນສະໜັບສະໜູນເມັກຊິກເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງຕົນຢ່າງເປັນເອກກະລາດແລະເປັນເຈົ້າຕົນເອງ, ຍິນດີຮ່ວມກັບເມັກຊິກເພີ່ມທະວີການແລກປ່ຽນກັນດ້ານການຄຸ້ມຄອງປະເທດ. ມູນຄ່າການຄ້າສອງຝ່າຍຈີນ-ເມັກຊິກໄດ້ເພີ່ມຂຶ້ນຫຼາຍກວ່າ 7.000 ເທົ່າເມື່ອທຽບໃສ່ໄລຍະທີ່ສ້າງສາຍພົວພັນທາງການທູດ, ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນເສັ້ນທາງລົດໄຟ, ລົດຍົນ ແລະ ພະລັງງານໃໝ່ເປັນຕົ້ນມີຈຸດເດັ່ນຫຼາຍຢ່າງ. ສອງຝ່າຍຄວນນຳໃຊ້ກົນໄກວຽກງານລະຫວ່າງລັດຖະບານສອງປະເທດໃຫ້ດີ, ລົງເລິກການຮ່ວມມືໃນຂົງເຂດການສ້າງພື້ນຖານໂຄງລ່າງແລະອື່ນໆ, ຂະຫຍາຍການຮ່ວມມືໃນຂົງເຂດການທະນາຄານ, ອຸດສາຫະກຳລົດໄຟຟ້າ ແລະ ອຸດສາຫະກຳທີ່ຈະເລີນໃໝ່ອື່ນໆ, ລົງເລິກການຮ່ວມມືຕ້ານຢາເສບຕິດ. ສອງຝ່າຍຄວນຕັ້ງໜ້າສະໜັບສະໜູນການຈັດກິດຈະກຳແລກປ່ຽນດ້ານວັດທະນະທຳຕ່າງໆ ເປັນຕົ້ນງານສະແດງສີລະປະແລະງານວາງສະແດງວັດທະນະທຳ, ປະສານງານຫຼາຍຝ່າຍຢ່າງໃກ້ຊິດ, ຍຶດໝັ້ນປົກປັກຮັກສາລັດທິຫຼາຍຝ່າຍ ແລະ ໃຫ້ການພົວພັນສາກົນເປັນແບບປະຊາທິປະໄຕ, ປົກປັກຮັກສາຍຸດຕິທຳແລະຄວາມເປັນທຳໃນສາກົນ ແລະ ສິດທິຜົນປະໂຫຍດຂອງປະເທດພວມພັດທະນາ.


ທ່ານໂລເພສກ່າວວ່າ: ເມັກຊິກແລະຈີນລ້ວນແຕ່ມີຄວາມສີວິໄລທີ່ຮຸ່ງເຮືອງ, ປະຊາຊົນສອງປະເທດສະໜິດສະໜົມກັນປານເປັນພີ່ນ້ອງກັນ. ເມັກຊິກແລະຈີນລ້ວນແຕ່ປົກປ້ອງຄວາມເປັນເອກະລາດແລະເປັນເຈົ້າຕົນເອງຂອງຕົນ, ເດັດດ່ຽວຄັດຄ້ານການແຊກແຊງວຽກງານພາຍໃນຂອງປະເທດອື່ນ. ເມັກຊິກຈະຍຶດໝັ້ນນະໂຍບາຍທີ່ມີໄມຕີຈິດມິດຕະພາບຕໍ່ຈີນຕະຫຼອດໄປ, ຍຶດໝັ້ນການສະໜັບສະໜູນເຊິ່ງກັນແລະກັນ, ຈະອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດຈີນທີ່ໄປຮ່ວມມືລົງທຶນຢູ່ເມັກຊິກ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຕ່າງໆ, ລົງເລິກການຮ່ວມມືດ້ານການປາບປາມການຜະລິດແລະຄ້າຂາຍຢາເສບຕິດ. ເມັກຊິກຍິນດີຮ່ວມກັບຈີນຮ່ວມປະສານງານໃນວຽກງານຫຼາຍຝ່າຍຢ່າງໃກ້ຊິດ, ຕັ້ງໜ້າຊຸກຍູ້ການພົວພັນສອງປະເທດຈີນ-ເມັກຊິກ.