ການພົບປະກັນລະຫວ່າງປະມຸກລັດຈີນ-ອາເມຣິກາຢູ່ຊານຟຣານຊິສໂກຈະກາຍ ເປັນຂີດໝາຍສໍາຄັນໃນປະຫວັດສາດການພົວພັນລະຫວ່າງຈີນ-ອາເມຣິກາ

2023-11-17 10:51:02 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 16 ພະຈິກນີ້ວ່າ: ໃນວັນທີ 15 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ຢູ່ນະຄອນຊານຟຣານຊິສໂກ ອາເມຣິກາ ຕາມຄໍາເຊີນ.


   ທ່ານນາງ ເໜົາໜິງ ໃຫ້ຮູ້ວ່າ: ການພົບປະກັນຄັ້ງນີ້ເປັນການພົບປະກັນທີ່ຕັ້ງໜ້າ, ຮອບດ້ານ ແລະ ມີລັກສະນະສ້າງສັນ, ພ້ອມດຽວກັນນີ້, ຍັງມີຄວາມໝາຍດ້ານຍຸດທະສາດ ແລະ ຜົນສະທ້ອນຢ່າງເລິກເຊິ່ງໄລຍະຍາວນໍາອີກ, ຖືເປັນເຫດການສໍາຄັນຂອງການພົວພັນສາກົນໃນປັດຈຸບັນ ແລະ ຈະກາຍເປັນຂີດໝາຍສໍາຄັນໃນປະຫວັດສາດການພົວພັນລະຫວ່າງຈີນ-ອາເມຣິກາຢ່າງແນ່ນອນ.


   ທ່ານນາງ ເໝົາໜິງ ໃຫ້ຮູ້ຕື່ມວ່າ: ການພົບປະກັນລະຫວ່າງປະມຸກລັດຈີນ-ອາເມຣິກາຄັ້ງນີ້ໄດ້ປະສົບຜົນສໍາເລັດໃນຫຼາຍດ້ານ ໂດຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນ 20 ກວ່າຂໍ້ໃນຂົງເຂດຕ່າງໆ ເຊັ່ນ: ການທູດດ້ານການເມືອງ, ການແລກປ່ຽນດ້ານວັດທະນະທໍາ, ການບໍລິຫານທົ່ວໂລກ, ຄວາມໝັ້ນຄົງດ້ານການທະຫານ ເປັນຕົ້ນ. ຄວາມເຫັນທີ່ເປັນເອກະພາບກັນ ກໍຄືຜົນສໍາເລັດທີ່ສໍາຄັນເຫຼົ່ານີ້ໄດ້ສ່ອງແສງໃຫ້ເຫັນຕື່ມອີກວ່າ: ຈີນ-ອາເມຣິກາມີຜົນປະໂຫຍດຮ່ວມຢ່າງກວ້າງຂວາງ, ນອກນີ້, ຍັງໄດ້ຢັ້ງຢືນໃຫ້ເຫັນຕື່ມອີກວ່າ: ການຮ່ວມມືແບບຕ່າງຝ່າຍຕ່າງໆໄດ້ຮັບຜົນປະໂຫຍດເປັນລັກສະນະທາດແທ້ຂອງການພົວພັນຈີນ-ອາເມຣິກາ.