ກະຊວງການຄ້າຈີນຢືນຢັນວ່າຈະຕັ້ງໜ້າຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງການສົນທະນາເສດຖະກິດການຄ້າຈີນ-ອາເມຣິກາຮອບໃໝ່

2023-11-17 12:05:15 cri

ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຈັດການພົບປະກັນຢ່າງສຳເລັດຜົນໃນວັນທີ15ພະຈິກນີ້ຢູ່ນະຄອນຊານຟຣານຊີສໂກ ປະເທດອາເມຣິກາ. ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຄ້າຈີນທີ່ຈັດຂຶ້ນເມື່ອວັນທີ16ພະຈິກນີ້,ໂຄສົກກະຊວງການຄ້າຈີນໃຫ້ຮູ້ວ່າ: ການພົບປະລະຫວ່າງປະມຸກລັດສອງປະເທດຄັ້ງນີ້ໄດ້ຊີ້ທິດເຍືອງທາງອັນຈະແຈ້ງໃຫ້ແກ່ການພັດທະນາການພົວພັນຈີນ-ອາເມຣິກາແລະການພົວພັນດ້ານເສດຖະກິດການຄ້າຈີນ-ອາເມຣິກາ. ກະຊວງການຄ້າຈີນຈະຕັ້ງໜ້າຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດ, ສຸມຄວາມພະຍາຍາມເຂົ້າໃນການຊຸກຍູ້ໃຫ້ການພົວພັນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍພັດທະນາໄປຢ່າງປອດໃສແລະໝັ້ນທ່ຽງ, ເພື່ອເພີ່ມຄວາມໝັ້ນທ່ຽງແລະພະລັງແຮງທາງບວກຫຼາຍກວ່າເກົ່າເຂົ້າໃນເສດຖະກິດໂລກ.

ກະຊວງການຄ້າຈີນໃຫ້ຮູ້ວ່າ: ໃນໄລຍະຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືAPECຄັ້ງນີ້, ກະຊວງການຄ້າຂອງສອງປະເທດຈີນ-ອາເມຣິກາຈະເປິກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນ ເຊິ່ງປະມຸກລັດສອງປະເທດໄດ້ຕົກລົງຮ່ວມກັນໃນການພົບປະກັນ, ເພື່ອແກ້ໄຂບັນຫາສຳຄັນໃນການພົວພັນເສດຖະກິດການຄ້າລະຫວ່າງສອງຝ່າຍ.

ສອງຝ່າຍທີ່ເຂົ້າຮ່ວມການສົນທະນາເສດຖະກິດການຄ້າຈີນ-ອາເມຣິກາຮອບໃໝ່ໄດ້ເນັ້ນໜັກການທີ່ບໍ່ສະແຫວງຫາການຕັດສາຍພົວພັນດ້ານເສດຖະກິດ, ຊົມເຊີຍການພັດທະນາການພົວພັນດ້ານເສດຖະກິດຢ່າງປອດໃສ, ກະຊວງການຄ້າຈີນເນັ້ນໜັກວ່າ ຈີນໄດ້ຢືນຢັນຫຼາຍເທື່ອແລ້ວວ່າ ການພົວພັນດ້ານເສດຖະກິດການຄ້າຈີນ-ອາເມຣິກາທີ່ມີການພັດທະນາຢ່າງປອດໃສແລະໝັ້ນທ່ຽງ ບໍ່ພຽງແຕ່ມີຜົນດີຕໍ່ທັງສອງປະເທດຈີນ-ອາເມຣິກາເທົ່ານັ້ນ ຍັງມີຜົນດີຕໍ່ທົ່ວໂລກອີກດ້ວຍ. ການຕັດສາຍພົວພັນກັນແມ່ນບໍ່ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງປະເທດ.