ກະຊວງການຄ້າຈີນ: ຍິນດີຕ້ອນຮັບບໍລິສັດຕ່າງປະເທດຫຼາຍກວ່າເກົ່າຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາຂອງຈີນ

2023-11-17 09:54:40 CRI


ວັນທີ 16 ພະຈິກນີ້, ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຄ້າຈີນ, ທ່ານເຫີຢ້າຕົ່ງ ໂຄສົກກະຊວງການຄ້າຈີນໃຫ້ຮູ້ວ່າ, ອີງຕາມຂໍ້ມູນການລົງທຶນໃນທົ່ວໂລກທີ່ເຜີຍແຜ່ໂດຍສະພາການຄ້າ ແລະ ການພັດທະນາອົງການສະຫະປະຊາຊາດ ສະແດງໃຫ້ເຫັນວ່າ, ໃນຊຸມປີມໍ່ໆມານີ້, ຂະໜາດ ອັດຕາສວນ ແລະ ຈັງຫວະເຕີບໂຕຂອງທຶນຕ່າງປະເທດຢູ່ຈີນລ້ວນແຕ່ຢູ່ໃນລະດັບສູງສົມຄວນ.


ທ່ານເຫີຢ້າຕົ່ງກ່າວຕື່ມວ່າ, ນັບແຕ່ຕົ້ນປີນີ້ມາ, ຈີນໄດ້ຜ່ານຮູບການຕ່າງໆ, ເຊັ່ນ: ກອງປະຊຸມໂຕະມົນວິສາຫະກິດທຶນຕ່າງປະເທດ ແລະ ອື່ນໆ, ເພື່ອລົງເລິກການແລກປ່ຽນຢ່າງເປັນປົກກະຕິກັບວິສາຫະກິດທຶນຕ່າງປະເທດ ແລະ ສະມາຄົມນັກທຸລະກິດຕ່າງປະເທດ. ໃນການແລກປ່ຽນ, ບໍລິສັດຕ່າງປະເທດແມ່ນເຫັນໄປໃນທິດທາງທີ່ດີຕໍ່ອະນາຄົດແຫ່ງການພັດທະນາຂອງຈີນໂດຍທົ່ວໄປ, ຍິນດີພັດທະນາເປັນໄລຍະຍາວຢູ່ຈີນ. ຈີນຍິນດີຕ້ອນຮັບບໍລິສັດຕ່າງປະເທດຫຼາຍກວ່າເກົ່າເຂົ້າສູ່ຕະຫຼາດຈີນ, ຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາຂອງຈີນ.