ສ້າງຕັ້ງກົນໄກຮ່ວມມືສາກົນເພື່ອປ້ອງກັນໄພພິບັດທໍາມະຊາດແລະຄຸ້ມຄອງເຫດການສຸກເສີນ “ໜຶ່ງແລວໜຶ່ງເສັ້ນທາງ”

2023-11-17 11:32:22 CRI

   ວັນທີ 16 ພະຈິກນີ້, ເວທີເປິກສາຫາລືລະດັບລັດຖະມົນຕີວ່າດ້ວຍການປ້ອງກັນໄພພິບັດທໍາມະຊາດ ແລະ ຄຸ້ມຄອງເຫດການສຸກເສີນ “ໜຶ່ງແລວໜຶ່ງເສັ້ນທາງ” 2023 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນໂດຍຜ່ານຮູບແບບເຊິ່ງໜ້າ ແລະ ຮູບແບບວິດີໂອ, ເວທີເປິກສາຫາລືຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: ຄຸ້ມຄອງເຫດການ ສຸກເສີນ: ຄວາມປອດໄພມາກ່ອນໝູ່, ການປ້ອງກັນເປັນຫຼັກ. ໃນໄລຍະຈັດເວທີເປິກສາຫາລືຍັງໄດ້ຈັດກອງປະຊຸມສະພາມົນຕີຄັ້ງທໍາອິດຂອງກົນໄກຮ່ວມມືສາກົນເພື່ອປ້ອງກັນໄພພິບັດທໍາມະຊາດ ແລະ ຄຸ້ມຄອງເຫດການສຸກເສີນ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ປະກາດສ້າງຕັ້ງກົນໄກຮ່ວມມືດັ່ງກ່າວຢ່າງເປັນທາງການ. ມີອົງການຄຸ້ມຄອງເຫດການສຸກເສີນ ແລະ ອົງການຈັດຕັ້ງສາກົນ 31 ແຫ່ງເຂົ້າຮ່ວມກົນໄກຮ່ວມມຶືດັ່ງກ່າວ.


   ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງຄຸ້ມຄອງເຫດການສຸກເສີນຈີນໃຫ້ຮູ້ວ່າ: ຈີນໄດ້ສະເໜີມາດຕະການຮ່ວມມື 14 ຂໍ້ເຊິ່ງກວມເອົາ 4 ປະເພດໃຫຍ່ ຄື: ການຍົກລະດັບທັກສະຂອງການຮັບມືກັບເຫດການສຸກເສີນ, ການຝຶກຊ້ອມຊ່ວຍເຫຼືອກູ້ໄພຕົວຈິງ, ການໂຄສະນາເຜີຍແຜ່ຄວາມຮູ້ວິທະຍາສາດໃຫ້ທົ່ວເຖິງ, ການ ແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ຫວັງວ່າຝ່າຍຕ່າງໆຈະເຂົ້າຮ່ວມຢ່າງຫ້າວຫັນ.


   ຜູ້ຕາງໜ້າຂອງຝ່າຍຕ່າງໆໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະໜັບສະໜູນຝ່າຍຈີນສ້າງຕັ້ງກົນໄກຮ່ວມມື, ພ້ອມທັງຍິນດີຜ່ານການເຂົ້າຮ່ວມການສ້າງສາຮ່ວມກັນຢ່າງຫ້າວຫັນ, ເພີ່ມທະວີການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆເຊັ່ນ: ການປ້ອງກັນໄພພິບັດ, ຫຼຸດຜ່ອນໄພພິບັດ ແລະ ກູ້ໄພ, ການຜະລິດຢ່າງປອດໄພ, ການຊ່ວຍເຫຼືອກູ້ໄພສຸກເສີນ ເປັນຕົ້ນ ເພື່ອຍົກລະດັບຄວາມສາມາດດ້ານການຄຸ້ມຄອງເຫດການສຸກເສີນຮ່ວມກັນ ແລະ ຊຸກຍູ້ການພັດທະນາການຄຸ້ມຄອງໄພພິບັດທົ່ວໂລກຮ່ວມກັນນໍາອີກ.