ທ່ານສີຈິ້ນຜິງ: ການເປີດກວ້າງແລະກວມລວມເປັນກະແສຫຼັກຂອງການຮ່ວມມືອາຊີປາຊີຟິກ

2023-11-17 04:58:54 CRI

ຕອນເຊົ້າວັນທີ16 ພະຈິກນີ້ ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຜ່ານທາງລາຍລັກອັກສອນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນຮັບມືກັບສິ່ງທ້າທາຍ ຂຽນປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືອາຊີປາຊີຟິກ”ຕໍ່ກອງປະຊຸມສຸດຍອດອຸດສາຫະກຳການຄ້າອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືAPEC ທີ່ຈັດຂຶ້ນຢູ່ນະຄອນຊານຟຣານຊີສໂກ ປະເທດອາເມຣິກາ.

  ເນື້ອໃນບົດປາໄສຂອງທ່ານສີຈິ້ນຜິງລະບຸວ່າ: ການເປີດກວ້າງແລະກວມລວມເປັນກະແສຫຼັກຂອງການຮ່ວມມືອາຊີປາຊີຟິກ. ການພັດທະນາອາຊີປາຊີຟິກແມ່ນອາໄສການເປີດກວ້າງ,ກວມລວມ, ເສີມຂະຫຍາຍທ່າແຮງແລະແກ້ໄຂຈຸດອ່ອນ, ຊ່ວຍຊູຍູ້ໜູນກັນ, ແຕ່ຫາກບໍ່ແມ່ນຕໍ່ຕ້ານກັນແລະເປັນປໍລະປັກກັນ, ຖິ້ມຜົນຮ້າຍໃສ່ບ້ານໃກ້ເຮືອນຄຽງ,ສ້າງກຳແພງອຸປະສັກ. ພວກເຮົາຍຶດໝັ້ນລັດທິພາກພື້ນທີ່ເປີດປະຕູສູ່ພາຍນອກ, ໄດ້ຮ່ວມກັນສ້າງເປົ້າໝາຍໂບໂກແລະວິໄສທັດປູຕຣາຈາຢາ, ຊຸກຍູ້ການຄ້າແລະການລົງທຶນໃຫ້ມີຄວາມເສລີແລະສະດວກຂຶ້ນ, ຍົກສູງລະດັບການເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນດ້ານເສດຖະກິດໃນພາກພື້ນ. ໃນໄລຍະ30ປີຜ່ານມານີ້, ລະດັບພາສີສະເລ່ຍໃນພາກພື້ນອາຊີປາຊີຟິກໄດ້ຫຼຸດລົງຈາກ17%ເຫຼືອພຽງ5%ເທົ່ານັ້ນ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການເຕີບໂຕດ້ານເສດຖະກິດໂລກເຖິງ70%.