ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນພົບປະກັບປະທານາທິບໍດີເປລູ

2023-11-17 05:29:02 CRI


ຕອນເຊົ້າວັນທີ 16 ພະຈິກນີ້ ຕາມເວລາທ້ອງຖີ່ນ ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ພົບປະກັບທ່ານນາງໂບລູອັດ ປະທານາທິບໍດີເປລູຢູ່ນະຄອນຊານຟຮັນຊິສໂກອາເມຣິກາ


ທ່ານສີຈິ້ນຜິງກ່າວວ່າ: ດີໃຈຫຼາຍທີ່ໄດ້ຮູ້ຈັກທ່ານນາງປະທານາທິບໍດີ. ເປລູແມ່ນປະເທດສຳຄັນຢູ່ເຂດອາເມຣິກາໃຕ້ ແລະ ແມ່ນໜຶ່ງໃນປະເທດອາເມຣິກາລາຕິນທີ່ສ້າງສາຍພົວພັນທາງການທູດກັບປະເທດຈີນໃໝ່ໄວກ່ອນໝູ່. ໃນໄລຍະຫຼາຍກວ່າເຄິ່ງສະຕະວັດມານີ້, ຈີນແລະເປລູໄດ້ເຂົ້າໃຈແລະສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງແລະບັນຫາທີ່ສົນໃຈຂອງກັນແລະກັນ, ການຮ່ວມມືສອງຝ່າຍໄດ້ພັດທະນາກ້າວໄປໜ້າຢ່າງໝັ້ນທ່ຽງ. ປີນີ້ແມ່ນປີທີ່ຈີນແລະເປລູສ້າງການພົວພັນຄູ່ຮ່ວມຍຸດທະສາດຢ່າງຮອບດ້ານຄົບຮອບ 10 ປີ. ໃນ 10 ປີຜ່ານມາ, ພວກເຮົາໄດ້ຮັບຜົນສຳເລັດດ້ານການຮ່ວມມືທີ່ອຸດົມສົມບູນ. ຈີນແມ່ນຄູ່ການຄ້າໃຫຍ່ທີ່ສຸດຂອງເປລູ, ເປລູກໍໄດ້ກາຍເປັນປະເທດການລົງທຶນໃຫຍ່ອັນດັບທີສອງຂອງຈີນ, ການຮ່ວມມືດ້ານການຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ລະຫວ່າງສອງປະເທດມີຄວາມຄືບໜ້າຢ່າງວ່ອງໄວແລະໝັ້ນທ່ຽງ. ການຮ່ວມມືລະຫວ່າງສອງຝ່າຍໄດ້ຊຸກຍູ້ໃຫ້ທັງສອງປະເທດພັດທະນາຢ່າງມີຄວາມຈະເລີນຮຸ່ງເຮືອງ ພ້ອມທັງສ້າງຄວາມສຸກຕົວຈິງໃຫ້ກັບປະຊາຊົນສອງປະເທດ.


ພາຍໃຕ້ສະພາບການໃໝ່, ການຂະຫຍາຍການພົວພັນຈີນ-ເປລູບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດ ກໍຄືຄວາມປາຖະໜາຮ່ວມຂອງປະຊາຊົນສອງປະເທດ, ຍັງມີຄວາມໝາຍສຳຄັນຕໍ່ການປົກປັກຮັກສາໃຫ້ເສດຖະກິດດອາຊີ-ປາຊີຟິກພັດທະນາຢ່າງປອດໄສ ແລະ ສ້າງເສດຖະກິດໂລກແບບເປີດກວ້າງ. ຈີນສະໜັບສະໜູນເປລູທີ່ຈະຈັດກອງປະຊຸມບໍ່ເປັນທາງການຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກໃນປີ 2024, ຈີນຍິນດີຮ່ວມກັບເປລູເພີ່ມທະວີການແລກປ່ຽນແລະການປະສານງານກັນ, ຊຸກຍູ້ໃຫ້ການຮ່ວມມືຂອງອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກໄດ້ຮັບຜົນສຳເລັດໃໝ່ ເພື່ອປະກອບສ່ວນໃໝ່ເຂົ້າໃນການຟື້ນຟູເສດຖະກິດແລະການພັດທະນາຍາວນານຂອງເຂດອາຊີ-ປາຊີຟິກ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳອາຊີ-ປາຊີຟິກ.