ທ່ານສີຈິ້ນຜິງ: ຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງປະຊາຊົນກໍຄືລູກຫຼານຄົນຮຸ່ນຫຼັງຂອງອາຊີປາຊີຟິກ

2023-11-18 04:42:47 CRI



ຕອນເຊົ້າວັນທີ17ພະຈິກນີ້ ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືAPECຄັ້ງທີ30ທີ່ຈັດຂຶ້ນຢູ່ນະຄອນຊານຟຣານຊິສໂກ ປະເທດອາເມຣິກາພ້ອມທັງໄດ້ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ພວກເຮົາຄວນຍຶດໝັ້ນອຸດົມການແຕ່ຫົວທີຂອງການຮ່ວມມືອາຊີປາຊີຟິກ, ຕອບຮັບຄວາມຮຽກຮ້ອງຂອງຍຸກສະໄໝດ້ວຍຄວາມຮັບຜິດຊອບ, ຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກ, ຈັດຕັ້ງປະຕິບັດວິໄສທັດປູຕຣາຈາຢາຢ່າງຮອບດ້ານ, ສ້າງປະຊາຄົມອາຊີປາຊີຟິກທີ່ເປີດກວ້າງ, ມີຊີວິດຊີວາ, ເຂັ້ມແຂງແລະມີສັນຕິພາບ, ເພື່ອບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງປະຊາຊົນກໍຄືລູກຫຼານຄົນຮຸ່ນຫຼັງຂອງອາຊີປາຊີຟິກ.