CGTNເຜີຍແຜ່ຟີມສາລະຄະດີກ່ຽວກັບການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາເລື່ອງ “ຂ້າມຜ່ານມະຫາສະໝຸດປາຊີຟິກ:ຄົ້ນຫາຮູບແບບໃໝ່ຂອງການພົວພັນຈີນ-ອາເມຣິກາ”

2023-11-18 09:13:08 CRI



 ວັນທີ15ພະຈິກນີ້ ຕາມເວລາທ້ອງຖິ່ນ, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານໂຈໄບເດັນ ປະທານາທິບໍດີອາເມຣິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮ່ວມກັບທ່ານໂຈ ໄບເດັນ ຈັດການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ຢູ່ບ່ອນຕາກອາກາດຟີໂລລີນະຄອນຊານຟຣານຊິສໂກ ປະເທດອາເມຣິກາ. ປະມຸກລັດສອງປະເທດໄດ້ລົງເລິກແລກປ່ຽນຄວາມເຫັນຢ່າງກົງໄປກົງມາກ່ຽວກັບບັນຫາລັກສະນະຍຸດທະສາດ, ລັກສະນະສະພາບລວມແລະລັກສະນະທິດທາງຂອງການພົວພັນຈີນ-ອາເມຣິກາກໍຄືບັນຫາສຳຄັນທີ່ກ່ຽວຂ້ອງກັບສັນຕິພາບແລະການພັດທະນາຂອງໂລກ. ເພື່ອວິເຄາະສະພາບການໃນປັດຈຸບັນຂອງການພົວພັນຈີນ-ອາເມຣິກາກໍຄືວິທີການຢູ່ຮ່ວມກັນໃນອະນາຄົດລະຫວ່າງສອງປະເທດ, ໂທລະພາບສາກົນຈີນຫຼືCGTNຂອງວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ເຜີຍແຜ່ຟີມສາລະຄະດີໂທລະພາບທີ່ສຳຄັນໃນເລື່ອງ “ຂ້າມຜ່ານມະຫາສະໝຸດປາຊີຟິກ: ຄົ້ນຫາຮູບແບບໃໝ່ຂອງການພົວພັນຈີນ-ອາເມຣິກາ” ເຊິ່ງເປັນການຄົ້ນຄວ້າກ່ຽວກັບສອງປະເທດຄວນບຸກເບີກຮູບແບບໃໝ່ແຫ່ງການຢູ່ຮ່ວມກັນລະຫວ່າງປະເທດໃຫຍ່ໃນຍຸກໃໝ່ຄືແນວໃດ.