ທ່ານສີຈິ້ນຜິງສຳເລັດການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາແລະເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການAPECຄັ້ງ​ທີ30ແລ້ວກັບຄືນສູ່ນະຄອນຫຼວງປັກກິ່ງ

2023-11-18 19:52:35 CRI

ຕອນຄ່ຳວັນທີ18 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສຳເລັດການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາແລະເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືອາຊີປາຊີຟິກຫຼືAPECຄັ້ງທີ30ຢູ່ນະຄອນຊານຟຣານຊິສໂກອາເມຣິກາແລ້ວເດີນທາງກັບຄືນສູ່ນະຄອນຫຼວງປັກກິ່ງ. 

   ຕອນບ່າຍວັນທີ17ພະຈິກນີ້ ຕາມເວລາທ້ອງຖິ່ນ, ໃນເວລາທີ່ທ່ານສີຈິ້ນຜິງເດີນທາງອອກຈາກນະຄອນຊານຟຣານຊິສໂກ, ຜູ້ແທນຝ່າຍອາເມຣິກາເຊັ່ນ:ທ່ານນາງ ລອນດອນບຣີດ ເຈົ້າຄອງນະຄອນຊານຟຣານຊິສໂກແລະຜູ້ອື່ນໆໄດ້ອອກໄປສົ່ງຢູ່ສະໜາມບິນ.

    ໃນໄລຍະທີ່ທ່ານສີຈິ້ນຜິງເດີນທາງໄປສະໜາມບິນ, ຜູ້ແທນຊາວຈີນແລະຊາວຈີນຕ່າງດ້າວ ພ້ອມດ້ວຍນັກສຶກສາຈີນໄດ້ເຕົ້າໂຮມກັນຢູ່ສອງຟາກທາງໂດຍໄດ້ໂບກທຸງຊາດຈີນແລະອາເມຣິກາເພື່ອເປັນການສົ່ງທາງທ່ານສີຈິ້ນຜິງ ແລະຊົມເຊີຍຜົນສຳເລັດຢ່າງຈົບງາມໃນການຢ້ຽມຢາມຂອງທ່ານໃນຄັ້ງນີ້.