ທ່ານສີຈິ້ນຜິງກ່າວຄຳປາໄສສຳຄັນຕໍ່ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການAPECຄັ້ງ​ທີ30

2023-11-18 04:13:42 CRI



ຕອນເຊົ້າວັນທີ17ພະຈິກນີ້ ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືAPECຄັ້ງທີ30ທີ່ຈັດຂຶ້ນຢູ່ສູນປະຊຸມໂມສຄອນ ນະຄອນຊານຟຣານຊິສໂກ ປະເທດອາເມຣິກາພ້ອມທັງໄດ້ກ່າວຄຳປາໄສສຳຄັນພາຍໃນຫົວຂໍ້:“ຍຶດໝັ້ນອຸດົມການແຕ່ຫົວທີ, ສາມັກຄີຮ່ວມມືກັນເພື່ອຊຸກຍູ້ການເຕີບໂຕ ດ້ວຍຄຸນນະພາບສູງຂອງອາຊີປາຊີຟິກ”

 


ທ່ານສີຈິ້ນຜິງກ່າວວ່າ: ນັບແຕ່ອົງການຮ່ວມມືເສດຖະກິດອາຊີປາຊີຟິກສ້າງຕັ້ງກົນໄກກອງປະຊຸມປະຈຳຂອງຜູ້ນຳອົງການເປັນຕົ້ນມາ, ໄດ້ກ້າວເດີນຢູ່ແຖວໜ້າຂອງການພັດທະນາແບບເປີດກວ້າງໃນທົ່ວໂລກຢ່າງສະເໝີຕົ້ນສະເໝີປາຍ, ໄດ້ຊຸກຍູ້ການຄ້າແລະການລົງທຶນໃນພາກພື້ນມີຄວາມເສລີແລະສະດວກ, ການພັດທະນາເສດຖະກິດເຕັກນິກແລະການເຄື່ອນໄຫວດ້ານວັດຖຸແລະບຸກຄະລາກອນຢ່າງແຂງແຮງ ເຊິ່ງໄດ້ສ້າງສິ່ງມະຫັດສະຈັນອາຊີປາຊີຟິກທີ່ເຫັນໄດ້ຢ່າງປະຈັກຕາຕໍ່ຊາວໂລກ. ປັດຈຸບັນ, ສະພາບການປ່ຽນແປງຂອງໂລກໃນຮອບຮ້ອຍປີພວມຜັນແປໄປໄວຂຶ້ນ, ເສດຖະກິດໂລກພວມປະເຊີນກັບຄວາມສ່ຽງແລະສິ່ງທ້າທາຍຕ່າງໆ, ໃນຖານເປັນຫົວຈັກແຫ່ງການຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ, ອາຊີປາຊີຟິກໄດ້ແບກຫາບໜ້າທີ່ຮັບຜິດຊອບດ້ານຍຸກສະໄໝໃຫຍ່ຫຼວງກວ່າເກົ່າ. ໃນຖານະເປັນຜູ້ນຳໃນພາກພື້ນອາຊີປາຊີຟິກ, ພວກເຮົາຕ່າງກໍຄວນລົງເລິກຄົ້ນຄິດວ່າ ຄວນນຳພາອາຊີປາຊີຟິກແບບໃດກ້າວເຂົ້າສູ່ກາງສະຕະວັດນີ້? ຄວນສ້າງ “3ທົດສະວັດຄຳ”ແຫ່ງການພັດທະນາອາຊີປາຊີຟິກຄັ້ງຕໍ່ໄປຄືນແນວໃດ? ຄວນເສີມຂະຫຍາຍບົດບາດຂອງອົງການAPECໃຫ້ດີກວ່າເກົ່າໃນຂະບວນການຄືແນວໃດ?

ທ່ານສີຈິ້ນຜິງເນັ້ນໜັກວ່າ: ພວກເຮົາຄວນຍຶດໝັ້ນອຸດົມການແຕ່ຫົວທີຂອງການຮ່ວມມືອາຊີປາຊີຟິກ, ຕອບຮັບຄວາມຮຽກຮ້ອງຂອງຍຸກສະໄໝດ້ວຍຄວາມຮັບຜິດຊອບ, ຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກ, ຈັດຕັ້ງປະຕິບັດວິໄສທັດປູຕຣາຈາຢາຢ່າງຮອບດ້ານ, ສ້າງປະຊາຄົມອາຊີປາຊີຟິກທີ່ເປີດກວ້າງ, ມີຊີວິດຊີວາ, ເຂັ້ມແຂງແລະມີສັນຕິພາບ, ເພື່ອບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງປະຊາຊົນກໍຄືລູກຫຼານຄົນຮຸ່ນຫຼັງຂອງອາຊີປາຊີຟິກ.

 ໜຶ່ງ: ຍຶດໝັ້ນຂັບເຄື່ອນການພັດທະນາດ້ວຍການປະດິດສ້າງ. ຄວນຊຸກຍູ້ການແລກປ່ຽນແລະຮ່ວມມືດ້ານວິທະຍາສາດເຕັກນິກຢ່າງຕັ້ງໜ້າກວ່າເກົ່າ, ຮ່ວມກັນສ້າງສະພາບແວດລ້ອມການພັດທະນາວິທະຍາສາດເຕັກນິກທີ່ເປີດກວ້າງ, ຍຸຕິທຳ, ທ່ຽງທຳແລະບໍ່ມີການຈຳແນກ. ເລັ່ງຫັນປ່ຽນຮູບແບບການພັດທະນາດ້ວຍການຫັນເປັນດິຈີຕອນ, ສະໜັບສະໜູນການປະຍຸກເຕັກນິກໃໝ່ຕ່າງໆເຊັ່ນ ຂໍ້ມູນໃຫຍ່ ປັນຍາປະດິດເປັນຕົ້ນ, ສ້າງແຮງຂັບເຄື່ອນໃໝ່ແລະທ່າແຮງໃໝ່ໃຫ້ກັບການພັດທະນາອາຊີປາຊີຟິກຢ່າງບໍ່ຢຸດຢັ້ງ.

ສອງ: ຍຶດໝັ້ນທິດທາງເປີດກວ້າງ.  ຄວນປົກປັກຮັກສາການຄ້າແລະການລົງທຶນແບບເສລີແລະເປີດກວ້າງ, ຄັດຄ້ານການຫັນບັນຫາເສດຖະກິດການຄ້າເປັນບັນຫາການເມືອງ,ເປັນອາວຸດແລະຂະຫຍາຍນິຍາມຄວາມໝັ້ນຄົງແບບຊະຊາຍ.ສະໜັບສະໜູນພ້ອມທັງເພີ່ມທະວີລະບົບການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກເປັນແກນກາງ, ປົກປັກຮັກສາຕ່ອງໂສ້ງອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງໂລກໃຫ້ມີຄວາມໝັ້ນທ່ຽງແລະໂລງລຽນ. ຄວນຊຸກຍູ້ການເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນຂອງເສດຖະກິດພາກພື້ນຢ່າງເດັດດ່ຽວໜຽວແໜ້ນ, ເລັ່ງຊຸກຍູ້ຂະບວນການເຂດການຄ້າເສລີອາຊີປາຊີຟິກ.

ສາມ: ຍຶດໝັ້ນການພັດທະນາສີຂຽວ. ຄວນຍຶດໝັ້ນຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ເລັ່ງຊຸກຍູ້ຮູບການພັດທະນາຫັນເປັນແບບສີຂຽວແລະກາກບອນຕ່ຳ, ປະສານງານກັນຊຸກຍູ້ການຫຼຸດການລະບາຍກາກບອນ, ຫຼຸດການລະບາຍມົນລະພິດ, ເປີດກວ້າງການອະນຸລັກສິ່ງແວດລ້ອມ ແລະຊຸກຍູ້ການເຕີບໂຕ, ເພີ່ມພູນຄູນສ້າງໃຫ້ການເຕີບໂຕຂອງອາຊີປາຊີຟິກມີເອກະລັກສີຂຽວຫຼາຍຂຶ້ນ.

ສີ່: ຍຶດໝັ້ນການໃຫ້ຜົນປະໂຫຍດຢ່າງທົ່ວເຖິງແລະຊົມໃຊ້ຮ່ວມກັນ. ຄວນຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ2030ຂອງອົງການສະຫະປະຊາຊາດຢ່າງຮອບດ້ານ, ຊຸກຍູ້ບັນຫາການພັດທະນາໃຫ້ກັບຄືນສູ່ຖານະໃຈກາງຂອງວາລະສາກົນຄືນໃໝ່, ລົງເລິກການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາ, ຮ່ວມກັນແກ້ໄຂຄວາມຂາດດຸນດ້ານການພັດທະນາທົ່ວໂລກ.

ທ່ານສີຈິ້ນຜິງກ່າວເນັ້ນໜັັ້ກວ່າ: ຈີນພວມຊຸກຍູ້ການສ້າງສາປະເທດເຂັ້ມແຂງແລະພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາດຊາດຈີນດ້ວຍຄວາມທັນສະໄໝແບບຈີນ. ຈີນຍຶດໝັ້ນເດີນຕາມເສັ້ນທາງການພັດທະນາໂດຍສັນຕິ, ຍຶດໝັ້ນການພັດທະນາດ້ວຍຄຸນນະພາບສູງ, ຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ, ປະຕິບັດການສ້າງຄວາມທັນສະໄໝແບບຈີນເພື່ອສະໜອງໂອກາດໃໝ່ໃຫ້ແກ່ການຊຸກຍູ້ໃຫ້ບັນດາປະເທດໃນໂລກບັນລຸການຫັນເປັນທັນສະໄໝ. ຈີນຍິນດີຮ່ວມກັບບັນດາຝ່າຍສຸມຄວາມພະຍາຍາມເຂົ້າໃນການຊຸກຍູ້ການຮ່ວມມືອາຊີປາຊີຟິກໃຫ້ໄດ້ຮັບຜົນສຳເລັດອຸດົມສົມບູນຍິ່ງໆຂຶ້ນ,ຮ່ວມກັນສ້າງ “3ທົດສະວັດຄຳ”ຄັ້ງຕໍ່ໄປຂອງອາຊີປາຊີຟິກ.

ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເປັນປະທານກອງປະຊຸມພາຍໃຕ້ຫົວຂໍ້ “ສ້າງອະນາຄົດທີ່ເຂັ້ມແຂງແລະຍືນຍົງໃຫ້ທຸກຄົນ”.

 ກອງປະຊຸມໄດ້ອອກຖະແຫຼງການຊານຟຣານຊິສໂກຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ2023.