ຊຸກຍູ້ການຮ່ວມມືໃນວົງການອຸດສາຫະກຳການຄ້າອາເປັກ ຍົກລະດັບຄວາມປອດໄພ-ຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ

2023-11-19 16:40:14 CRI

ແຫຼ່ງຂ່າວຈາກສະມາຄົມຊຸກຍູ້ການຄ້າຈີນໃຫ້ຮູ້ວາ: ຫວ່າງມໍ່ໆມານີ້, ສະມາຄົມຊຸກຍູ້ການຄ້າຈີນໄດ້ຈັດຕັ້ງຄະນະຜູ້ແທນນັກທຸລະກິດຈີນເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳພາກທຸລະກິດຂອງອົງການອາເປັກ 2023. ໃນໄລຍະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງໄດ້ສະເໜີເອກະສານລິເລີ່ມ “ເພີ່ມທະວີການຮ່ວມມືດ້ານຕ່ອງໂສ້ການສະໜອງອາຊີ-ປາຊີຟິກ” ເພື່ອຊຸກຍູ້ການເພີ່ມທະວີການຮ່ວມມືທີ່ແທ້ຈິງດ້ານຕ່ອງໂສ້ການສະໜອງ ເຊິ່ງໄດ້ຮັບຄວາມສົນໃຈຈາກວົງການອຸດສາຫະກຳການຄ້າໂດຍທົ່ວໄປ.

ອີງຕາມຕົວເລກຈາກສະມາຄົມຊຸກຍູ້ການຄ້າຈີນໃຫ້ຮູ້ວ່າ: ໃນ 5 ປີຂ້າງໜ້ານີ້, ມູນຄ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ ແລະ ມູນຄ່າການຄ້າການບໍລິການຂອງຈີນຕ່າງຈະບັນລຸເຖິງ 32.000 ຕື້ໂດລາ ແລະ 50.000 ຕື້ໂດລາຕາມລຳດັບ ເຊິ່ງຈະສະໜອງໂອກາດການຕະຫຼາດ, ໂອກາດການລົງທຶນ ແລະ ໂອກາດການເຕີບໂຕໃຫ້ແກ່ປະເທດຕ່າງໆໃນໂລກຫຼາຍກວ່າເກົ່າ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງກ່າວວ່າ: ເພື່ອຮັກສາຄວາມໝັ້ນທ່ຽງ ແລະ ຄວາມໂລ່ງລ່ຽນຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ, ງານວາງສະແດງເພື່ອຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນ ເຊິ່ງເປັນເວທີການແລກປ່ຽນ-ການຮ່ວມມືສາກົນ ທີ່ສະມາຄົມຊຸກຍູ້ການຄ້າຈີນສ້າງຂຶ້ນນັ້ນ ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 28 ພະຈິກຫາວັນທີ 2 ທັນວາປີນີ້ ເຊິ່ງຈະເປັນງານວາງສະແດງລະດັບຊາດແຫ່ງທຳອິດໃນໂລກທີ່ເນັ້ນຫົວຂໍ້ຕ່ອງໂສ້ການສະໜອງ.