ຄະນະຜູ້ແທນລັດຖະມົນຕີການຕ່າງປະເທດຂອງປະເທດອາຣັບແລະ ປະເທດອິດສະລາມຈະເດີນທາງມາຢ້ຽມຢາມຈີນ

2023-11-20 14:50:23 CRI

 

ວັນທີ 19 ພະຈິກນີ້, ທ່ານນາງເໝົາໜິງ, ໂຄສົກກະຊວງການ ຕ່າງປະເທດຈີນແຈ້ງຂ່າວໃຫ້ຮູ້ວ່າ: ຄະນະຜູ້ແທນລັດຖະມົນຕີການ ຕ່າງປະເທດຂອງປະເທດອາຣັບແລະປະເທດອິດສະລາມຈະເດີນທາງມາຢ້ຽມຢາມຈີນລະຫວ່າງວັນທີ 20 ຫາ 21 ພະຈິກນີ້. ຄະນະຜູ້ແທນດັ່ງກ່າວປະກອບມີທ່ານໄຟຊານ ບີນ ຟາຮານ ອານ ຊາວ, ລັດຖະມົນຕີ ກະຊວງການຕ່າງປະເທດອາຣັບບີຊາອຸດິດ, ທ່ານໄອມານ ຊາຟາດີ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດຊອ໋ກດານີ, ທ່ານຊູຄຣີ ລັດຖະມົນຕີກະຊວງການຕ່າງປະເທດເອຢິບ, ທ່ານນາງເຣັດໂນ ມາຣົຊູດີ, ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ, ທ່ານຣີອັດ ມານກີ, ລັດຖະມົນຕີກະຊວງການຕ່າງປະເທດປາແລັດສະຕີນ ແລະທ່ານຮຸດແຊນ ອິບຣາຮິມ ຕາຮາ, ເລຂາທິການໃຫຍ່ອົງການ ຮ່ວມມືອິດສະລາມ. ໃນໄລຍະຢ້ຽມຢາມ, ຈີນຈະແລກປ່ຽນແລະ ປະສານງານຢ່າງເລິກເຊິ່ງກັບຄະນະຜູ້ແທນລັດຖະມົນຕີການຕ່າງປະເທດຂອງປະເທດອາຣັບແລະປະເທດອິດສະລາມກ່ຽວກັບການຊຸກຍູ້ໃຫ້ການ ປະທະກັນລະຫວ່າງອິດສະຣາແລະປາແລັດສະຕິນໃນປັດຈຸບັນນີ້ຜ່ອນຄາຍລົງ, ການປົກປ້ອງປະຊາຊົນແລະການແກ້ໄຂບັນຫາປາແລັດສະຕິນ ຢ່າງຍຸຕິທຳ.