ຜູ້ເຂົ້າຮ່ວມງານວາງສະແດງເສັ້ນທາງສາຍໄໝສາກົນຄັ້ງທີ 7 ໄດ້ເປິກສາຫາລືກ່ຽວກັບການພັດທະນາໃໝ່ຂອງ “ໜຶ່ງແລວໜຶ່ງເສັ້ນທາງ”

2023-11-20 15:15:22 cri


ລະຫວ່າງວັນທີ 16 ຫາ 20 ພະຈິກນີ້, ງານວາງສະແດງເສັ້ນທາງສາຍໄໝສາກົນຄັ້ງທີ 7 ແລະ ງານພົບປະທຸລະກິດການຮ່ວມມືແລະການລົງທຶນພາກຕາເວັນອອກ-ຕາເວັນຕົກຂອງຈີນໄດ້ຈັດຂຶ້ນຢູ່ນະຄອນຊີອ່ານແຂວງສານຊີ, ຜູ້ແທນທີ່ມາຈາກ 50 ກວ່າປະເທດແລະເຂດແຄວ້ນລວມທັງຕັດຈິກິດສະຖານແລະອາແຊກໄບຊານໄດ້ເປິກສາຫາລືກ່ຽວກັບການຮ່ວມມື, ເພື່ອຊ່ວຍຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັນບັນລຸການພັດທະນາໃໝ່ທີ່ມີຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ.



ທ່ານ ຮີງເພີ ກົງສຸນໃຫຍ່ ແຫ່ງຣາຊະອານາຈັກກໍາປູເຈຍ ປະຈໍານະຄອນຊີອ່ານ ກ່າວວ່າ: "ການຮ່ວມມືລະຫວ່າງກໍາປູເຈຍ-ຈີນ ພາຍໃຕ້ຂໍ້ລິເລີ່ມ 'ໜຶ່ງແລວ ໜຶ່ງເສັ້ນທາງ' ໄດ້ກວມເອົາພື້ນຖານໂຄງລ່າງແລະຫຼາຍຂົງເຂດ, ເຊິ່ງ ຈະຊ່ວຍໃຫ້ກຳປູເຈຍບັນລຸເປົ້າໝາຍການພັດທະນາແຫ່ງຊາດ."


ທ່ານ ໄທເມຍ ນາດີໂຣກລູ, ຜູ້ແທນການຄ້າຂອງສຳນັກງານການຄ້າ, ທັງເປັນອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຂອງອາແຊກໄບຊານປະຈໍາຈີນ ກ່າວວ່າ: ໂດຍໄດ້ຮັບຜົນປະໂຫຍດຈາກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ອາແຊກໄບຊານ ໄດ້ສຸມກຳລັງເຂົ້າໃນການພັດທະນາພື້ນຖານໂຄງລ່າງ ເພື່ອກາຍເປັນສູນກາງຄົມມະນາຄົມໃນພາກພື້ນເອີຣົບ-ອາຊີ.