ຈີນດຳເນີນການຮ່ວມມືສາກົນດ້ານການບິນອະວະກາດກັບ 50 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ

2023-11-20 13:59:19 cri

ໃນກອງປະຊຸມສຳມະນາສາກົນກ່ຽວກັບການນຳໃຊ້ເຕັກໂນໂລຊີອະວະກາດແບບສັນຕິ 2023 ທີ່ຈັດຂຶ້ນໃນວັນທີ 19 ພະຈິກນີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການການບິນອະວະກາດແຫ່ງຊາດຈີນກ່າວວ່າ: ຈີນໄດ້ຍຶດໝັ້ນການດຳເນີນການຮ່ວມມືຄົ້ນຄວ້າອະວະກາດບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ການນຳໃຊ້ແບບສັນຕິພາບ. ມາຮອດປັດຈຸບັນ, ຈີນໄດ້ເຊັນເອກະສານການຮ່ວມມືກ່ຽວກັບອະວະກາດ 150 ກວ່າສະບັບກັບ 50 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ. ເມື່ອບໍ່ດົນມານີ້, ແຜນການສະຖານີຄົ້ນຄວ້າວິທະຍາສາດດວງຈັນສາກົນທີ່ລິເລີ່ມໂດຍຈີນ ແລະ ມີຫຼາຍປະເທດຮ່ວມກັນກໍ່ສ້າງນັ້ນ ໄດ້ຕ້ອນຮັບຄູ່ຮ່ວມມືໃໝ່ສອງປະເທດຄື: ເບລາຣຸດຊີ ແລະ ປາກິດສະຖານ. ສອງຝ່າຍ ຈະດຳເນີນການຮ່ວມມືຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນດ້ານການກໍ່ສ້າງ ແລະ ດຳເນີນງານຂອງສະຖານີຄົ້ນຄວ້າວິທະຍາສາດດວງຈັນສາກົນ.