ມູນຄ່າການຄ້າໃນງານຕະຫຼາດນັດຜົນງານເຕັກໂນໂລຊີທັນສະໄໝສາກົນຈີນຄັ້ງທີ 25 ບັນລຸຫຼາຍກວ່າ 37 ຕື້ຢວນ

2023-11-20 14:17:56 cri

ງານຕະຫຼາດນັດຜົນງານເຕັກໂນໂລຊີໃໝ່ທັນສະໄໝສາກົນຈີນຄັ້ງທີ 25 ທີ່ສຳເລັດລົງໃນວັນທີ 19 ພະຈິກນີ້ຢູ່ນະຄອນເສີນເຈີ້ນແຂວງກວາງຕຸ້ງໃຫ້ຮູ້ວ່າ: ຜູ້ເຂົ້າຊົມງານຕະຫຼາດນັດໃນຄັ້ງນີ້ມີ 248.000 ເທື່ອຄົນ, ມູນຄ່າການຄ້າບັນລຸຫຼາຍກວ່າ 37 ຕື້ຢວນ.

ງານຕະຫຼາດນັດຜົນງານເຕັກໂນໂລຊີທັນສະໄໝສາກົນຈີນຄັ້ງທີ 25 ພາຍໃຕ້ຫົວຂໍ້: “ກະຕຸ້ນຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່, ຍົກສູງຄຸນນະພາບດ້ານການພັດທະນາ” ໂດຍມີຄະນະຜູ້ແທນຈາກ 105 ປະເທດ ແລະ ເຂດແຄວ້ນ ພ້ອມດ້ວຍວິສາຫະກິດ 4.000 ກວ່າແຫ່ງເຂົ້າຮ່ວມ. ເນື້ອທີ່ວາງສະແດງລວມທັງໝົດ 5 ແສນຕາແມັດ, ຈັດກິດຈະກຳທີ່ສຳຄັນ 132 ຄັ້ງ, ນຳສະເໜີຜະລິດຕະພັນໃໝ່ ແລະ ຜົນງານໃໝ່ 681 ລາຍການ, ໂຄງການລະຫວ່າງສູນກາງ ແລະ ທ້ອງຖິ່ນ 17 ໂຄງການໄດ້ເຊັນສັນຍາໃນງານຕະຫຼາດນັດດັ່ງກ່າວ.

ງານຕະຫຼາດນັດຜົນງານເຕັກໂນໂລຊີໃໝ່ທັນສະໄໝໃນຄັ້ງນີ້ໄດ້ຈັດ “ງານວາງສະແດງເຕັກໂນໂລຊີການບິນ-ການບິນອະວະກາດ-ການບິນອາກາດລະດັບຕ່ຳ”ເປັນຄັ້ງທຳອິດ ໂດຍໄດ້ດຶງດູດວິສາຫະກິດໃນຂົງເຂດການບິນ-ການບິນອະວະກາດປະມານ 200 ແຫ່ງເຂົ້າຮ່ວມ ເພື່ອວາງສະແດງຜະລິດຕະພັນເຕັກໂນໂລຊີທີ່ທັນສະໄໝຕ່າງໆ ເຊັ່ນ: ຍານອະວະກາດ, ຈະຫຼວດ, ດາວທຽມ, ເຄື່ອງສຳຫຼວດ ແລະ ອື່ນໆ.