ເດືອນຕຸລາຜ່ານມາ ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 336 ລ້ານເທື່ອຄົນ

2023-11-20 15:17:28 cri


ກຸ່ມບໍລິສັດທາງລົດໄຟຈີນແຈ້ງໃຫ້ຮູ້ວ່າ: ໃນເດືອນຕຸລາຜ່ານມານີ້, ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 336 ລ້ານເທື່ອຄົນ, ເພີ່ມຂຶ້ນ 25,44 ລ້ານເທື່ອຄົນ ຫຼືເທົ່າກັບ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນນັ້ນ, ໃນໄລຍະພັກວັນຊາດຈີນ, ຈຳນວນຜູ້ໂດຍສານສະເລ່ຍຕໍ່ມື້ໄດ້ບັນລຸເຖິງ 16,02 ລ້ານເທື່ອຄົນ. ຫຼັງຈາກໄດ້ປັບແຜນການແລ່ນລົດທາງລົດໄຟທົ່ວປະເທດຈີນໃນວັນທີ 11 ຕຸລາຜ່ານມາແລ້ວ, ໄດ້ເພີ່ມການແລ່ນລົດໄຟໂດຍສານອີກ 449 ຂະບວນ.