ທ່ານສີຈິ້ນຜິງສົນທະນາທາງໂທລະສັບກັບປະທານາທິບໍດີຝຣັ່ງ

2023-11-21 11:26:04 CRI

ຕອນບ່າຍວັນທີ 20 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົນທະນາທາງໂທລະສັບກັບທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີ ຝຣັ່ງ.


ທ່ານສີຈິ້ງຜິງຊີ້ອອກວ່າ: ນັບແຕ່ທ່ານປະທານາທິບໍດີໄດ້ເດີນທາງມາ ຢ້ຽມຢາມຈີນຢ່າງສຳເລັດຜົນໃນເດືອນເມສາປີນີ້ເປັນຕົ້ນມາ, ການໄປມາຫາສູ່ກັນແຕ່ລະລະດັບລະຫວ່າງຈີນ-ຝຣັ່ງໄດ້ຮັບການຟື້ນຟູຢ່າງວ່ອງໄວ, ການຮ່ວມມືໃນແຕ່ລະຂົງເຂດໄດ້ຮັບການເລັ່ງລັດຢ່າງໜັກແໜ້ນແລະໄດ້ຮັບ ຜົນງານຢ່າງຫຼວງຫຼາຍ. ໃນປີ 2024 ໜ້ານີ້, ພວກເຮົາຈະຕ້ອນຮັບ ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີລະຫວ່າງສອງປະເທດ. ຈີນຍິນດີຮັກສາການໄປມາຫາສູ່ກັນໃນລະດັບສູງ ກັບຝຣັ່ງ, ຊຸກຍູ້ໃຫ້ການຮ່ວມມື ດ້ານການສຶກສາ, ວັດທະນະທຳ, ການຄົ້ນຄວ້າວິທະຍາສາດແລະອື່ນໆ ໄດ້ຮັບຄວາມຄືບໜ້າໃໝ່, ຊຸກຍູ້ການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບ ລະຫວ່າງ ປະຊາຊົນສອງປະເທດ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ຝຣັ່ງກ້າວຂຶ້ນ ສູ່ລະດັບໃໝ່.

 

ທ່ານເອັມມານູເອວ ມາຄຣົງ ກ່າວວ່າ: ຝຣັ່ງຍິນດີຖເອົາືປີ 2024 ໜ້ານີ້ເຊິ່ງເປັນປີສ້າງຕັ້ງສາຍພົວພັນທາງການທູດຄົບຮອບ60 ປີເປັນໂອກາດທີ່ດີ, ຮັດແໜ້ນການໄປມາຫາສູ່ກັນໃນລະດັບສູງກັບຝ່າຍຈີນ, ລົງເລິກການຮ່ວມມືໃນ ຂົງເຂດເສດຖະກິດການຄ້າ, ການບິນ, ວັດທະນະທຳແລະຂົງເຂດອື່ນໆ. ຍິນດີຊຸກຍູ້ໃຫ້ສະຫະພາບເອີຮົບແລະຈີນຖືເອົານ້ຳໃຈທີ່ມີຄວາມເຄົາລົບເຊິ່ງກັນແລະກັນ,ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເພື່ອພັດທະນາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຕື່ມອີກ.