ທ່ານສີຈິ້ນຜິງ ແລະປະທານາທິບໍດີຣັດເຊຍສົ່ງສານຊົມເຊີຍໃຫ້ກັບກອງປະຊຸມຄັ້ງທີ 10 ຂອງກົນໄກການເຈລະຈາລະຫວ່າງພັກການເມືອງຈີນ-ຣັດເຊຍຕາມລຳດັບ

2023-11-21 15:11:48 cri

ວັນທີ 20 ພະຈິກນີ້, ກອງປະຊຸມຄັ້ງທີ 10 ຂອງກົດໄນການເຈລະຈາລະຫວ່າງພັກການເມືອງຈີນ-ຣັດເຊຍໄດ້ຈັດຂຶ້ນໂດຍຜ່ານວິດີໂອ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມດັ່ງກ່າວຕາມລຳດັບ.

 

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ຫວັງວ່າສອງພັກຈະຖືເອົາກອງປະຊຸມຄັ້ງທີ 10 ຂອງກົນໄກເຈລະຈາເປັນໂອກາດ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງປະເທດໃຫຍ່ ແລະພັກໃຫຍ່, ເສີມຂະຫຍາຍເນື້ອໃນການໄປມາຫາສູ່ກັນໃນໄລຍະໃໝ່ໃຫ້ອຸດົມສົມບູນ, ສ້າງສະພາບການໃໝ່ດ້ານການແລກປ່ຽນ ແລະການຮ່ວມມືທີ່ມີກົນໄກ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການພັດທະນາສາຍພົວພັນຈີນ-ຣັດເຊຍໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ, ຮັກສາຄວາມຍຸຕິທຳ ແລະຄວາມເປັນທຳສາກົນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

 

ເນື້ອໃນສານຊົມເຊີຍຂອງທ່ານປູຕິນລະບຸວ່າ: ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານລະຫວ່າງຣັດເຊຍ ແລະຈີນແມ່ນຢູ່ໃນລະດັບສູງສຸດທາງປະຫວັດສາດ. ເຊື່ອໝັ້ນວ່າການຈັດກອງປະຊຸມຄັ້ງທີ 10 ຂອງກົນໄກເຈລະຈາລະຫວ່າງພັກການເມືອງຣັດເຊຍ-ຈີນຈະມີເນື້ອໃນອັນອຸດົມສົມບູນ ແລະມີລັກສະນະສ້າງສັນ, ຊຸກຍູ້ການຮ່ວມມືທີ່ມີປະສິດທິຜົນລະຫວ່າງຣັດເຊຍ ແລະຈີນໃຫ້ລົງສູ່ລວງເລິກຕື່ມອີກ.