ການພົບປະລະຫວ່າງຜູ້ນຳຈີນ-ຍີ່ປຸ່ນໄດ້ໃຫ້ທິດຊີ້ນຳທາງການເມືອງທີ່ສຳຄັນໃນການປັບປຸງ ແລະພັດທະນາການພົວພັນລະຫວ່າງສອງປະເທດ

2023-11-21 15:10:32 cri

 

ວັນທີ 20 ພະຈິກນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນເວລາທ່ານສີຈິ້ນຜິງ ປະທານປະເທດຈີນເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼືAPEC ຢູ່ນະຄອນຊານຟຣານຊິສໂກຂອງອາເມຣິກາເມື່ອບໍ່ດົນມານີ້, ທ່ານໄດ້ພົບປະກັບທ່ານກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນ. ການພົບປະເທື່ອນີ້ໄດ້ໃຫ້ທິດຊີ້ນຳທາງການເມືອງທີ່ສຳຄັນໃນການປັບປຸງ ແລະພັດທະນາການພົວພັນລະຫວ່າງຈີນ ແລະຍີ່ປຸ່ນ.

 

ທ່ານນາງເໝົາໜິງໄດ້ຕອບຄຳຖາມກ່ຽວກັບການພົວພັນຈີນ-ຍີ່ປຸ່ນວ່າ: ຜູ້ນຳສອງປະເທດໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບບັນຫາຍຸດທະສາດ ແລະທິດທາງການພົວພັນຂອງສອງປະເທດ ພ້ອມທັງບັນລຸຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນ. ສອງຝ່າຍໄດ້ກ່າວຢ້ຳຄືນການຍຶດໝັ້ນຫຼັກການ ແລະຄວາມເຫັນທີ່ເປັນເອກະພາບກັນຕາມເອກະສານການເມືອງ 4 ສະບັບລະຫວ່າງຈີນ ແລະຍີ່ປຸ່ນ, ກຳນົດຄືນໃໝ່ກ່ຽວກັບຈຸດທີ່ຕັ້ງຂອງການພົວພັນສອງປະເທດທີ່ຊຸກຍູ້ການພົວພັນດ້ານຍຸດທະສາດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງຮອບດ້ານ, ສຸມໃສ່ສ້າງການພົວພັນຈີນ-ຍີ່ປຸ່ນທີ່ໝັ້ນທ່ຽງມີລັກສະນະສ້າງສັນ ແລະສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນຍຸກໃໝ່, ເຊິ່ງໄດ້ໃຫ້ທິດຊີ້ນຳທາງການເມືອງທີ່ສຳຄັນໃນການປັບປຸງ ແລະພັດທະນາການພົວພັນຂອງສອງປະເທດ. ຜູ້ນຳສອງປະເທດຍັງເປັນເອກະພາບກັນເຫັນດີເພີ່ມທະວີການແລກປ່ຽນ ແລະການຮ່ວມມືໃນຂົງເຂດຕ່າງໆ, ຄວບຄຸມຂໍ້ຂັດແຍ້ງຢ່າງສ້າງສັນ ແລະຮ່ວມກັນຮັບມືກັບສິ່ງທ້າທາຍທົ່ວໂລກ.