ທ່ານຫວາງຢີ້ ພົບປະກັບຄະນະຜູ້ແທນລັດຖະມົນຕີການຕ່າງປະເທດຂອງປະເທດອາຣັບ ແລະປະເທດອິດສະລາມ

2023-11-21 11:54:44 cri


ວັນທີ 20 ພະຈິກນີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະເຈລະຈາກັບຄະນະຜູ້ແທນລັດຖະມົນຕີການຕ່າງປະເທດຂອງປະເທດອາຣັບ ແລະປະເທດອິດສະລາມ ທີ່ປະກອບດ້ວຍ ທ່ານ ໄຟຊານ ບິນ ຟາຮານ ອານຊາວ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີຊາອຸດິດ, ທ່ານໄອມານ ຊາຟາດີ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຊ໋ອກດານີ, ທ່ານຊາເມຮ ຊູຄຣີ ລັດຖະມົນຕີກະຊວງການຕ່າງປະເທດເອຢິບ, ທ່ານນາງ ເຣັດໂນ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ, ທ່ານຣີອັດ ມາລີກີ ລັດຖະມົນຕີກະຊວງການຕ່າງປະເທດປາແລັດສະຕິນ, ທ່ານຮຸດແຊນ ອິບຣາຮີມ ຕາຮາ ເລຂາທິການໃຫຍ່ອົງການຮ່ວມມືອິດສະລາມ ຢູ່ນະຄອນຫຼວງປັກກິ່ງ.



ທ່ານຫວາງຢີ້ກ່າວວ່າ, ຄະນະຜູ້ແທນລັດຖະມົນຕີການຕ່າງປະເທດດັ່ງກ່າວ ໄດ້ຖືເອົາຈີນເປັນແຫ່ງທຳອິດໃນການໄກ່ເກ່ຍລະດັບສາກົນ, ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຕໍ່ຈີນໃນລະດັບສູງ. ຈີນຍິນດີທຳຄວາມພະຍາຍາມຢ່າງບໍ່ລົດລະຮ່ວມກັບບັນດາປະເທດອາຣັບ ແລະອິດສະລາມ ເພື່ອຍຸດຕິສົງຄາມຢູ່ເຂດກາຊາໃຫ້ໄດ້ໄວເທົ່າທີ່ຈະໄວໄດ້, ຜ່ອນຄາຍວິກິດການດ້ານມະນຸດສະທຳ, ປ່ອຍຕົວປະກັນ, ຊຸກຍູ້ໃຫ້ບັນຫາປາແລັດສະຕິນໄດ້ຮັບການແກ້ໄຂຢ່າງຮອບດ້ານ, ຍຸຕິທຳ ແລະ ຖາວອນ ໂດຍໄວເທົ່າທີ່ຈະໄວໄດ້.


ລັດຖະມົນຕີການຕ່າງປະເທດຂອງປະເທດອາຣັບແລະອິດສະລາມທີ່ເຂົ້າຮ່ວມກອງປະຊຸມ ຫວັງຢາກປະສານງານກັບຈີນຢ່າງແໜ້ນແຟ້ນກວ່າເກົ່າ, ຈັດການເຈລະຈາສັນຕິພາບຄືນໃໝ່, ຊຸກຍູ້ການສ້າງຕັ້ງລັດປາແລັດສະຕິນ ເອກະລາດບົນພື້ນຖານ "ແຜນການສອງປະເທດ", ບັນລຸຄວາມໝັ້ນຄົງແລະສະຫງົບຢ່າງຖາວອນຢູ່ຕາເວັນອອກກາງ.