ທ່ານສີຈິ້ນຜິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດິໂອພິເສດ ກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນ ຂອງຜູ້ນຳປະເທດບຣິກສ໌

2023-11-21 11:52:21 cri

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ມາຕາເມລາ ຊີຣິວ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້, ຕອນຄ່ຳວັນທີ 21 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດິໂອພິເສດ ກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນ ຂອງຜູ້ນຳປະເທດບຣິກສ໌ ຢູ່ນະຄອນຫຼວງປັກກິ່ງ ພ້ອມທັງກ່າວຄຳປາໄສສຳຄັນ.