ງານວາງສະແດງການຄ້າດີຈີຕອນໂລກຄັ້ງທີ 2 ມີຄວາມພ້ອມແລ້ວ, ຈະມີວິສາຫະກິດແຖວໜ້າ 50 ແຫ່ງໃນຈຳນວນ 500 ແຫ່ງຂອງໂລກຈະເຂົ້າຮ່ວມງານ

2023-11-21 15:11:56 cri


ງານວາງສະແດງການຄ້າດີຈີຕອນໂລກຄັ້ງທີ 2 ຈະຈັດຂຶ້ນຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງຈີນລະຫວ່າງວັນທີ 23 ຫາ 27 ພະຈິກນີ້.


ງານວາງສະແດງການຄ້າດີຈີຕອນໂລກຄັ້ງທີ 2 ຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມລະຫວ່າງອົງການປົກຄອງແຂວງເຈີ້ຈ່ຽງແລະກະຊວງການຄ້າຈີນ, ມີຫົວຂໍ້ວ່າ "ການຄ້າດີຈີຕອນເຊື່ອມຕໍ່ໂລກ", ແຟັງລັງ ແລະ ອາຟຣິກາໃຕ້ແມ່ນປະເທດທີ່ຈະໄດ້ຮັບການໂຄສະນາເປັນພິເສດ, ແຂວງຟູຈ້ຽນ, ກຳແພງນະຄອນຈຸງກິ່ງ, ນະຄອນກຸ້ຍໂຈ່ວແມ່ນແຂວງແລະນະຄອນທີ່ຈະໄດ້ຮັບການໂຄສະນາເປັນພິເສດ. ງານວາງສະແດງສິນຄ້າດີຈີຕອນຄັ້ງນີ້ ໄດ້ຮັບການປັບປຸງຢ່າງຫຼວງຫຼາຍໃນດ້ານຂະໜາດການຈັດງານ, ລະດັບຫັນເປັນສາກົນ ແລະ ລັກສະນະວິຊາການ. ປັດຈຸບັນ, ວຽກງານກະກຽມຄວາມພ້ອມດ້ານຕ່າງໆໄດ້ສຳເລັດແລ້ວ, ໄດ້ດຶງດູດຜູ້ຈັດຊື້ມືອາຊີບເກືອບ 15,000 ແຫ່ງເຂົ້າຮ່ວມ, ໃນນັ້ນ, ລວມມີຜູ້ຈັດຊື້ຕ່າງປະເທດ 1,700 ແຫ່ງ.